ການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຈີນໃນປີນີ້ຈະຂະຫຍາຍຕົວໄວສົມຄວນ
2016-03-06 15:23:04  cri 

ວັນທີ 6 ມີນານີ້, ທ່ານຊີຊ້າວສື້ ຫົວໜ້າຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນກ່າວໃນກອງປະຊຸມຂ່າວໃນໂອກາດດຳເນີນກອງປະຊຸມເທື່ອທີ 4 ຂອງສະພາປະຊາຊົນແຫ່ງຊາດຊຸດທີ 12 ວ່າ: ປີ 2016, ການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຈະມີຄວາມຄືບໜ້າດີແລະຂະຫຍາຍຕົວໄວສົມຄວນ, ການຮ່ວມມືດ້ານຄວາມສາມາດການຜະລິດສາກົນກໍຈະພັດທະນາດີກວ່າເກົ່າ.

ທ່ານກ່າວຕື່ມວ່າ, ປີນີ້ ຈີນກັບປະເທດທີ່ໄດ້ເຊັນບົດບັນທຶກການຮ່ວມມືກັນຢູ່ລຽບຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ"ຈະຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍການ ຊຸກຍູ້ການສ້າງແລວທາງສຳຄັນຈຳນວນໜຶ່ງ, ໃຫ້ບູລິມະສິດແກ່ປະເທດສຳຄັນຈຳນວນໜຶ່ງ. ການຮ່ວມມືດ້ານຄວາມສາມາດການຜະລິດສາກົນຈະໃຊ້ມາດຕະການຫຼາຍກວ່າເກົ່າເພື່ອຊຸກຍູ້ການສ້າງທາງລົດໄຟແລະການຫັນປ່ຽນ ຄວາມສາມາດການຜະລິດທີ່ເປັນທ່າແຮງໃຫ້ມີຄວາມຄືບໜ້າຢ່າງແທ້ຈິງ ແລະເພີ່ມທະວີການສະໜັບສະໜູນການເງິນຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ