ຈີນຈະ​ຮັກສາ​ຄວາມ​ໝັ້ນທ່ຽງ​ລະຫວ່າງ​ເງິນ​ຢວນກັບ​ເງິນ​ສະກຸນ​ຕ່າງ​ໆ
2016-03-07 15:55:20  cri 

ທ່ານ​ຢີ້ກ່າງ ຮອງ​ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ ກ່າວ​ໃນ​ວັນ​ທີ 6 ມີນາ​ນີ້ວ່າ: ທະນາຄານ​ປະຊາຊົນ​ຈີນ​ໃນ​ຖານະ​ເປັນ​ທະນາຄານ​ກາງ ຈະ​ເຮັດ​ໃຫ້ອັດຕາ​ແລກປ່ຽນ​ລະຫວ່າງ​ເງິນ​ຢວນຈີນ​ກັບ​ເງິນ​ສະກຸນ​ຕ່າງໆ​ຮັກສາ​ຄວາມ​ໝັ້ນທ່ຽງ​ໂດຍ​ພື້ນຖານ ​ແລະ​ ​ຈະບໍ່​ໃຫ້ອ່ອນ​ຄ່າ​ລົງ​ຢ່າງ​ຕໍ່​ເນື່ອງ.

​ໃນ​ງານ​ຖະ​ແຫຼງຂ່າວ​ຂອງ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທີ 4 ຊຸດ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມີນາ​ນີ້, ທ່ານ​ຢີ້ກ່າງ ກ່າວ​ວ່າ: ​ເມື່ອ​ເບິ່ງ​ຈາກ​ໄລຍະ​ຍາວ​ແລ້ວ​ເຫັນ​ວ່າ ຄາດ​ວ່າອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນຈະ​ກັບ​ຄືນສູ່​ສະພາບ​ທີ່​ມີ​ຄວາມ​ໝັ້ນທ່ຽງ​ໂດຍ​ພື້ນຖານ ​ເຊິ່ງອີງ​ໃສ່ຫຼັກຄ້ຳປະກັນ​ 3 ຂໍ້​ຕົ້ນຕໍດັ່ງ​ນີ້: ໜຶ່ງ, ​ເສດຖະກິດ​ຈີນ​ຮັກສາ​ທ່າ​ອ່ຽງການ​ພັດທະນາ​ໃນ​ລະດັບ​ສູງ​ແລະ​ປານ​ກາງ​ນັ້ນບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ, ​ສະມັດຕະພາບການ​ຜະລິດຂອງ​ແຮງ​ງານ ​ແລະ ສະມັດຕະພາບ​ການຜະລິດ​ຂອງ​ປັດ​ໄຈ​ຕ່າງໆຍັງ​ເພີ່ມ​ຂຶ້ນຢ່າງ​ໜັກ​ແໜ້ນ; ສອງ, ບັນຊີ​ກະ​ແສ​ລາຍ​ວັນ ​ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ຂອງ​ຈີນ​ຍັງ​ໄດ້​ປຽບ​ດຸນ​ການ​ຄ້າ​ເປັນ​ຈຳນວນຫຼວງຫຼາຍ, ການ​ລົງທຶນໂດຍ​ກົງ​ຕໍ່​ພາຍ​ນອກ​ ​ແລະ ການ​ລົງທຶນ​ໂດຍ​ກົງ​ຈາກ​ພາຍ​ນອກລ້ວນ​ແຕ່​ເພີ່ມ​ຂຶ້ນຢ່າງ​ແຂງ​ແຮງ; ​ແລະສາມ, ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຍັງ​ມີ​ຢ່າງຫຼວງຫຼາຍ.

ທ່ານ​ຢີ້ກ່າງ ກ່າວ​ຕື່ມ​ວ່າ: ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ​ຄຸ້ມ​ຄອງ​ຕາມຫຼັກການ​​ໄຫຼວຽນ, ປອດ​ໄພ ​ແລະ ​ໄດ້ຜົນ​ກຳ​ໄລ ​ທັງ​ຈະ​ຮັກສາ​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ