ລາຍ​ຮັບ​ຂອງກະສິກອນ​ຈີນ​ໃນ​ໄລຍະ​ແຜນການ 5 ປີ​ຄັ້ງທີ 13 ຈະ​ເພີ່ມ​ຂຶ້ນຫຼາຍກວ່າ 6,5% ຕໍ່​ປີ
2016-03-07 16:17:17  cri 

ທ່ານ​ຫານ​ສາງ​ຟູ້ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ຈີນ ກ່າວ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ: ຈີນ​ຈະ​ພະຍາຍາມ​ໃຫ້​​ກະສິກອນ​ມີ​ລາຍ​ຮັບ​​ສະ​ເລ່ຍເພີ່ມ​ຂຶ້ນຫຼາຍກວ່າ 6,5% ຕໍ່​ປີ ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງທີ 13.

ທ່ານ​ກ່າວ​ວ່າ: ປັດຈຸບັນ, ລາຄາ​ຜະລິດ​ຕະພັນ​ກະສິກຳ​ສ່ວນຫຼາຍ​ໄດ້​ຕົກ​ຕ່ຳລົງ, ​ເສດຖະກິດ​ກໍ​ປະສົບ​ຄວາມ​ກົດ​ດັນ​​ເພີ່ມ​ຂຶ້ນ, ລາຍ​ຮັບ​ຂອງກະສິກອນ​ຈາກ​ການຊອກວຽກ​ເຮັດ​ງານ​ທຳ​ໃນ​ຕົວ​ເມືອງ​ກໍ​​ເພີ່ມ​ຂຶ້ນຊ້າ​ລົງ. ສະນັ້ນ ​ໃນ​ໄລຍະດັ່ງກ່າວ, ​ຈະ​ເຮັດ​ໃຫ້​ກະສິກອນ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​​ປະສົບ​ຄວາມ​ຫຍຸ້ງຍາກຫຼາຍສົມຄວນ. ​ແນວ​ໃດ​ກໍ​ດີ, ຈີນ​ກຳລັງ​ຄົ້ນຄວ້າ​ວາງ​ນະ​ໂຍບາຍຕ່າງໆ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ແກ່ກະສິກອນ​ມີ​ລາຍຮັບເພີ່ມ​ຂຶ້ນຫຼາຍກວ່າ 6,5% ​ໃນ​ໄລຍະແຜນການ 5 ປີ​ຄັ້ງທີ 13 ​ແລະ​ບັນລຸ​ເປົ້າໝາຍການເພີ່ມ​ຂຶ້ນທົບ​ເທົ່າ​ເມື່ອ​ຮອດ​ປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ