ຈີນຈະ​ສຳ​ເລັດການ​ຄົ້ນຄວ້າ​ແລະ​ຜະລິດ​ເຄື່ອງ​ດຳ​ນ້ຳ​ບັນທຸກ​ຄົນ​ທີ່​ສາມາດລົງ​ພື້ນທະ​ເລ
2016-03-07 15:00:51  cri 
  ຕາມຂ່າວ​ສານ​ຊິນ​ຮວາ​: ທ່ານ ຢຽນຄາຍ ​ຫົວໜ້າ​ຫ້ອງທົດ​ລອງ​ເຄື່ອງ​ດຳ​ນ້ຳ​ບັນທຸກ​ຄົນຢູ່​ທະ​ເລ​ເລິກ, ສະມາຊິກສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ເປີດ​ເຜີຍ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ, ຈີນຈະ​ສຳ​ເລັດການ​ຄົ້ນຄວ້າ​ແລະ​ຜະລິດ​ເຄື່ອງ​ດຳ​ນ້ຳ​ບັນທຸກ​ຄົນ​ທີ່​ສາມາດລົງ​ພື້ນ​ທະ​ເລ​ເຖິງ 4500 ​ແມັດ​ໃນ​ໄລຍະປະຕິບັດ​ "ແຜນການ 5 ປີ ຄັ້ງ​ທີ 13" ​ແລະຈະ​ສຳ​ເລັດການ​ທົດ​ລອງ​ທາງ​ທະ​ເລ. ຂະນະດຽວ​ກັນ​ກໍ​ຈະ​ເລີ່​ມຄົ້ນຄວ້າ​ເຄື່ອງ​ດຳ​ນ້ຳ​ບັນທຸກ​ຄົນ​ທີ່​ສາມາດ​ລົງ​ພື້ນ​ທະ​ເລ​ເຖິງ 1 ໝື່ນ​ແມັດ​ໃນ​ປີ​ນີ້.

  ທ່ານ ຢຽນຄາຍ ກ່າວ​ວ່າ, ຜ່ານຈາກ​ຄວາມ​ພະຍາ​ຍາ​ມຢ່າງບໍ່ຢຸດ​ຢັ້ງເປັນ​ເວລາ 6 ປີ​ແຕ່ປີ 2009 ມາ​ຮອດ​ປັດຈຸບັນ, ໜ່ວຍ​ງານ​ຄົ້ນຄວ້າ​ເຄື່ອງ​ດຳ​ນ້ຳ​ບັນທຸກ​ຄົນ​ທີ່​ສາມາດລົງ​ພື້ນທະ​ເລເຖິງ 4500 ​ແມັດ​​ນັ້ນໄດ້ສຳ​ເລັດ​ການ​ອອກ​ແບບ​ຜັງ​ວາດແລະ​ການອອກ​ແບບ​ໃນ​ເບື້ອງ​ຕົ້ນ,​ ຂະນະ​ທີ່​ປັດຈຸບັນ​ພວມຄົ້ນຄວ້າ​ແລະ​ຜະລິດ​ລະບົບ​ທີ່ສຳຄັນຂອງ​​ເຄື່ອງດັ່ງກ່າວ​ແລະ​ຄາດ​ວ່າ​ຈະ​ສຳ​​ເລັດ​ໃນ 2-3 ປີ​​ຕໍ່ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ