ຈີນສະໜັບສະໜູນວິສາຫະກິດປະເທດຕົນໄປລົງທຶນຢູ່ຕ່າງປະເທດຢ່າງຕັ້ງໜ້າ
2016-03-08 15:47:00 cri
ວັນທີ 7 ມີນານີ້, ຄະນະຜູ້ແທນແຂວງເຈີ້ຈ່ຽງທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຄັ້ງທີ 4 ຊຸດທີ 12 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອຄົ້ນຄວ້າພິຈາລະນາຮ່າງແຜນແມ່ບົດ "ແຜນການ 5 ປີຄັ້ງທີ 13" ແລະໃນໂອກາດທ່ານຫວາງຢີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍໄດ້ກ່າວວ່າ: ອາຟຣິກກາແມ່ນໜຶ່ງໃນທິດທາງສຳຄັນຂອງການຮ່ວມມືດ້ານຄວາມສາມາດໃນການຜະລິດຂອງຈີນ, ໂຄງປະກອບດ້ານຄວາມສາມາດໃນການຜະລິດຂອງອາຟຣິກກາກັບຈີນມີລັກສະນະຊ່ວຍໜູນກັນໃນລະດັບສູງ, ທິດທາງການຮ່ວມມືລະຫວ່າງສອງຝ່າຍໄດ້ສອດຄ່ອງກັບຄວາມຕ້ອງການຂອງອາຟຣິກກາຢ່າງແທ້ຈິງ ການຮ່ວມມືລະຫວ່າງຈີນ-ອາຟຣິກກາໃນປັດຈຸບັນໄດ້ກ່ຽວພັນເຖິງຂົງເຂດການລົງທຶນ ແລະ ການຮ່ວມມືດ້ານຄວາມສາມາດໃນການຜະລິດ ຫຼາຍກວ່າ, ສ່ວນໃນລະດັບຊາດກໍຖືເອົາອາຟຣິກກາເປັນທິດທາງສຳຄັນແຫ່ງການຮ່ວມມືດ້ານຄວາມສາມາດໃນການຜະລິດ. ແນວໃດກໍດີ, ປະເທດອາຟຣິກກາຕ້ອງການອຸປະກອນ, ເຕັກນິກ, ບົດຮຽນການຄຸ້ມຄອງ, ບຸກຄະລາກອນ ລວມທັງການສະໜັບສະໜູນດ້ານການລະດົມທຶນ ເຊິ່ງທັງໝົດເຫຼົ່ານີ້ ຈີນຈະສາມາດຕອບສະໜອງໄດ້ 100% ແລະຖືວ່າ ຈີນໄດ້ສະໜັບສະໜູນວິສາຫະກິດປະເທດຕົນໄປລົງທຶນຢູ່ຕ່າງປະເທດຢ່າງຕັ້ງໜ້າ.