ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ຊີ້​ແຈງ​ບັນຫາ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ
2016-03-08 15:51:44  cri 

ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທີ 4 ຊຸດ​ທີ 12 ​ໄດ້​ຈັດ​ງານ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 8 ມີນາ​ນີ້ ​ໂດຍທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ມະຕິ​​ຂວ້ຳ​ບາດ ສປປ ​ເກົາຫຼີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ວ່າ: ປັດຈຸບັນ,​ ສະຖານະ​ການ​ຢູ່​ແຫຼມ​ເກົາຫຼໍ່​ແຫຼມ​ທີ່​ສຸດ ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເຄັ່ງ​ຕຶງ. ຈີນ​ຈະ​ບໍ່​ເມີຍ​ເສີຍ ປ່ອຍ​ໃຫ້​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີຖືກ​ທຳລາຍ​ໂດຍ​ພື້ນຖານ ​ແລະ​ເຮັດ​ໃຫ້​ຜົນ​ປ​ະ​ໂຫຍດທາງ​ຄວາມ​ໝັ້ນຄົງ​ຂອງ​ຈີນ​ຖືກ​ທຳຮ້າຍ​ໂດຍ​ໄຮ້​ສາລະ. ພວກ​ຂ້າພະ​ເຈົ້າ​ເຕືອນ​ຢ່າງ​​ເຄັ່ງຂຶມ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ຮັກສາ​ຄວາມ​ອົດ​ທົນ​ແລະ​ມີ​ສະຕິ ບໍ່​ຄວນ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງ ຮ້າຍ​ແຮງ​ຍິ່ງ​ຂຶ້ນ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ​​ບັນຫາ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ​ທີ່ເຊື່ອ​​ແຕ່​ການ​ຂ​ວ້ຳ​ບາດ​ແລະ​ການ​​ເນັ້ນ​ຄວາມ​ກົດ​ດັນ​ແຕ່​ຢ່າງ​ດຽວນັ້ນ​ເປັນ​ໄປບໍ່​ໄດ້, ຄວາມ​ຈິງ​ແລ້ວ​ມັນ​ເປັນ​ການ​ກະທຳ​ທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ອະນາຄົດ​ຂອງ​ແຫຼ​ມເກົາຫຼີທັງ​ນັ້ນ. ສະນັ້ນ, ຈີນ​ຈຶ່ງ​ໄດ້​ນຳ​ສະ​ເໜີ​ແນວ​​ຄິດ​ການ​ເຈລະຈາ​ ​ເພື່ອ​ຊຸກຍູ້ການ​ບັນລຸ​​ເປົ້າໝາຍ​ການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີກັບ​ການ​ຫັນປ່ຽນ​ກົນ​ໄກ​ຢຸດ​ຍິງ​​ໃຫ້​ເປັນ​ກົນ​ໄກ​ສັນຕິພາບ​ດຳ​ເນີນ​ໄປຄວບ​ຄູ່​ກັນ ​ເຊິ່ງການ​ປອດ​ນິວ​ເຄລຍ​ແມ່ນ​ເປົ້າໝາຍ​ເດັດຂາດ​ຂອງ​ປະຊາ​ຄົມ​ໂລກ. ສ່ວນ​ແນວ​ຄິດ​ຂອງ​ຝ່າຍ​ອື່ນໆ​ທີ່​ກ່ຽວຂ້ອງຈະ​ເປັນ​ແນວ​ໃດ​ນັ້ນ ກໍ​ຂໍໃຫ້​ເປັນ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່ ​ໂດຍພວກ​ຂ້າພະ​ເຈົ້າ​ໄດ້​ເປີດ​ກວ້າງ​ແລະກໍ​ຈະ​ຍຶດໝັ້ນທ່າ​ທີ​ນີ້​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ