ຈີນ​ກ່າວ​ວ່າ: ການ​ເດີນ​ເຮືອ​ຢ່າງ​ເສລີ​ບໍ່​ແມ່ນ​​ເສລີຕາມ​ລຳພັງ​ໃຈ
2016-03-08 14:53:44  cri 
    ໃນກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ຢູ່​ສູນ​ມີ​ເດຍ​ໃນຕອນ​ເຊົ້າວັນ​ທີ 8 ມີນາ​ນີ້, ທ່ານ ວາງຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ກ່ຽວກັບນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ຈີນ.

    ໃນ​​ໂອກາດ​ກ່າວ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ ວາງຢີ້ ກ່າວ​ວ່າ, ທະ​ເລ​ຈີນ​ໃຕ້ ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານນະ​ການ, ການ​ທີ່​ຈີນ​ສ້າງ​ສິ່ງ​ກໍ່ສ້າງ​ແບບ​ປ້ອງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້ ​ແມ່ນ​ສິດ​ທີ່ຖືກຕ້ອງ​ຕາມ​ກົດໝາຍ​ສາກົນ​, ຂະນະ​ດຽວ​ກັນ, ​ຈີນ​ກໍບໍ່​ເຄີຍ​ມີ​ຄວາມ​ເຫັນ​ຢາກ​ໄດ້​ດິນ​ແດນ​ໃໝ່​ຈັກ​ເທື່ອ. ​ແນວ​​ໃດ​ກໍ​ດີ, ທະ​ເລ​ຈີນ​ໃຕ້​ແມ່ນ​ເຂດ​ໜຶ່ງ​ທີ່​ເດີນ​ເຮືອ​ເສລີ​ທີ່​ສຸດ​​ແລະ​ປອດ​ໄພ​ທີ່​ສຸດ​ໃນ​ໂລກ. ຂະນະ​ດຽວ​ກັນ, ການ​ເດີນ​ທະ​ເລ​ຢ່າງ​ເສລີ​ຢູ່​ທະ​ເລ​ຈີນ​ໃຕ້ ບໍ່​ແມ່ນ​ເສລີຕາມ​ລຳພັງ​ໃຈ ​ແລະ​ທະ​ເລ​ຈີນ​ໃຕ້​ກໍ​ບໍ່​ແມ່ນຈຸດ​ທີ່ບາງ​ປະ​ເທດ​ສະ​ແດງ​ກຳລັງ​ອາວຸດ, ການ​ທີ່​​ເວົ້າວ່າ "ຈີນ​ຫັນ​ທະ​ເລ​ຈີນ​ໃຕ້​ເປັນ​ການ​ທະຫານ" ນັ້ນບໍ່​ມີ​ເຫດຜົນ​​ແຕ່​ປະການ​ໃດ, ຈີນ​ມີ​ຄວາມ​ຫວັງ​​ໃຫ້ທະ​ເລ​ຈີນ​ໃຕ້ມີ​ສັນຕິພາບຫຼາຍກວ່າ​ປະ​ເທດ​ໃດ​ໝົດ. ບາງ​ປະ​ເທດ​ຢາກຈະກໍ່​ຄວາ​ມວຸ້ນວາຍ​ຢູ່​ທະ​ເລ​ຈີນ​ໃຕ້ ກໍ​ຄື​ຢູ່​ອາຊີ, ຈີນ​ຈະ​ບໍ່ຍອມ​ເປັນເດັດຂາດ ​ແລະຫຼາຍໆປະ​ເທດ​ຢູ່​ພາກ​ພື້ນ​ນີ້​ກໍ​ຈະ​ບໍ່​ຍິນ​ຍອມ​ຢ່າງແນ່ນອນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ