ຈີນ​ໝັ້ນ​ໃຈ​ຢ່າງເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ມຽນມາ​ແລະ​ສາຍ​ພົວພັນ​ຈີນ​-ມຽນມາ
2016-03-08 16:09:39  cri 
    ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 8 ມີນາ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ ວາງຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈຢ່າງເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ສາຍ​ພົວພັນ​ຈີນ-​ມຽນມາ ​ແລະ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ມຽນມາ​ເຊັ່ນ​ດຽວ​ກັນ.

    ທ່ານ ວາງຢີ້ ກ່າວ​ວ່າ, ມິດຕະພາບ​ຈີນ-​ມຽນມາ ​​ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ປະຊາຊົນ​ສອງ​ຊາດ ​ແລະ​ມີ​ພະລັງ​​ຢ່າງ​ແຂງ​ແຮງ ທັງຈະ​ບໍ່​ປ່ຽນ​ແປງ​ຕາມ​ສະຖານະ​ການ​ຢູ່​ພາຍ​ໃນ​ປະ​ເທດ​ມຽນມາ. ພວກ​ເຮົາ​ມີ​ຄວາມໝັ້ນ​ໃຈຢ່າງ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ສາຍ​ພົວພັນ​ຈີນ-​ມຽນມາ, ຂະນະ​ທີ່​ທ່ານ​ນາງ ອອງຊານ​ຊູ​ຈີ ພ້ອມ​ດ້ວຍ​ສັນນິ​ບາດ​ປະຊາ​ທິປະ​ໄຕ​ແຫ່ງ​ຊາດ​ມຽນມາ ​ໄດ້​ມີ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ກັບ​ຈີນ​ຕະຫຼອດມາ​ ອັນ​ໄດ້​ສ້າງ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ​​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ. ນອກ​ນີ້ ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມຕໍ່​ອະນາຄົດ​ຂອງ​ມຽນມາ​ເຊັ່ນ​ດຽວ​ກັນ.

    ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ, ຈີນ​ແລະ​ມຽນມາ​ແມ່ນປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ບໍ່ສາມາດ​ແຍກ​ອອກ​ຈາກ​ກັນ​ໄດ້. ພວກ​ເຮົາ​ຍິນ​ດີ​ຊ່ວຍ​ເຫຼືອ ​ພັດທະນາມຽນມາ​ໃຫ້​ດີ​ຂຶ້ນ ​ແລະ​ໄວ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ