ມູນ​ຄ່າ​ການ​ຜະລິດ​ຂອງເຂດ​ນິຄົມ​ອຸດສາຫະກຳ​ຈີນ-ມາ​ເລ​ເຊຍ​ຈະ​ລື່ນ 50 ຕື້​ຢວນ
2016-03-09 16:19:12  cri 

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ຜູ້​ແທນ​ເຂດ​ກວາງ​ຊີ່​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທີ 4 ຊຸດ​ທີ 12 ​ໄດ້​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 8 ມີນາ​ນີ້ ​ໂດຍ​ທ່ານ​ຊ່ຽວຢິງຈື ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ​ເລຂາ​ຄະນະ​ພັກ​ເມືອງ​ຊິ່ນ​ໂຈ່​ວ​ເຂດ​ກວາງ​ຊີ່ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ປີ​ນີ້​ຈະ​ມີ 50 ກວ່າ​​ວິ​ສາ​ຫະກິດເຂົ້າດຳ​ເນີນ​ທຸລະ​ກິດ​ຢູ່​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ ​ແລະ​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ 5 ປີ​ຄັ້ງທີ 13 ນີ້, ມູນ​ຄ່າ​ການ​ຜະລິດ​ຂອງ​ເຂດ​ນິຄົມ​ອຸດສາຫະກຳ​ດັ່ງກ່າວຈະ​ລື່ນ 50 ຕື້​ຢວນ, ຂະນະ​ທີ່ຜະລິດ​ຕະພັນ​ສິນຄ້າຮັງ​ນົກ​ຂອງ​ມາ​ເລ​ເຊຍ​ອາດ​ຈະ​ສົ່ງມາ​ຈີນ​​.

​ເຂດ​ນິຄົມ​ອຸດສາຫະກຳ​ຊິ່ນ​ໂຈ່​ວຈີນ-ມາ​ເລ​ເຊຍ​ໄດ້​ສ້າງຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 2012, ຂະນະ​ທີ່​ເຂດ​ນິຄົມ​ອຸດສາຫະກຳ​ກວນ​ຕານ​ມາ​ເລ​ເຊຍ-ຈີນກໍ​ໄດ້​ສ້າງ​ຮູບ​ແບບ​ ​ໃໝ່ການ​ຮ່ວມ​ມື​ເຂດ​ນິຄົມ​ສາກົນ​ເປັນ "ສອງ​ປະ​ເທດ​ສອງ​​ເຂດ​ນິຄົມ".

​ເມືອງ​ຊິ່ນ​ໂຈ່​ວ ຕັ້ງຢູ່ພາກ​ໃຕ້​ຂອງ​ເຂດ​ກວາງ​ຊີ່ ​ເຊິ່ງ​ເສດຖະກິດ​ທ່າ​ເຮືອ​ໄດ້​ຮັບ​ການ​ພັດທະນາ​ສົມຄວນ ​ແລະ​ແມ່ນ​ໜຶ່ງ​​ໃນ​ຊ່ອງ​ທາງ​ອອກ​ສູ່​ທະ​ເລ​ທີ່​ສະດວກ​ກວ່າ​ໝູ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ປີຜ່ານມາ, ລະບຽບ​ການ​ອອກ​ວິຊາ​ແລະ​ອື່ນໆ​​ໃນ​ເຂດ​ນິຄົມ​ດັ່ງກ່າວກະທັດ​ຮັດ​ງ່າຍ​ຂຶ້ນກວ່າ​ເກົ່າ ​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພົວພັນ​ດ້ານ​ການຄ້າ ​ແລະ​ໃນ​ປີ​ນີ້​ຈະ​ສ້າງ​ເປັນ​ຈຸດ​ທົດ​ລອງການຊື້​ຂາຍ​ເງິນຕາ​ຕ່າງປະ​ເທດ​ກັບ​ທະນາຄານ​ຕາມ​ເຈດຈຳນົງ​ຂອງ​ນັກທຸລະກິດ, ​ເພື່ອ​ເຮັດ​ໃຫ້​ເງິນ​ກູ້​ສະກຸນ​ເງິນ​ຢວນຢູ່​ຕ່າງປະ​ເທດ​ໄຫຼ​ກັບ​ຄືນ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ