ຕາມຂ່າວສານຊິນຮວາ: ຮ່າງແຜນການ 5 ປີຄັ້ງທີ 13 ຂອງຈີນໄດ້ກຳນົດວ່າ, ຈະຈັດເອົາການສຳຫຼວດອະວະກາດພ້ອມດ້ວຍລະບົບບໍລິການແລະປົກປັກຮັກສາຍານອະວະກາດຢູ່ວົງໂຄຈອນ ເປັນໂຄງການວິທະຍາສາດເຕັກໂນໂລຊີທີ່ຍິ່ງໃຫຍ່ ໜຶ່ງໃນ 6 ໂຄງການສຳຄັນໃນການປະດິດສ້າງວິທະຍາສາດເຕັກໂນໂລຊີ 2030. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິນຮວາເມື່ອວັນທີ 8 ມີນານີ້, ທ່ານ ໂຈ່ວຈ້ຽນພິງ ນັກອອກແບບໃຫຍ່ໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ, ປະເທດຈີນມີແຜນຈະສ້າງສະຖານີອະວະກາດກ່ອນຫຼືຫຼັງປີ 2020 ໃຫ້ເປັນຫ້ອງທົດລອງລະດັບຊາດຂອງຈີນໃນອະວະກາດ.
ທ່ານ ໂຈ່ວຈ້ຽນພິງ ກ່າວວ່າ, "ສະຖານີອະວະກາດຈະສະໜັບສະໜູນນັກວິທະຍາດໃນການສຳຫຼວດວິທະຍາສາດແນວໜ້າ, ຄົ້ນຄວ້າເຕັກນິກອະວະກາດ, ການພັດທະນາແລະນຳໃຊ້ຊັບພະຍາກອນອະວະກາດ, ຂະນະທີ່ຈຸດໝາຍປາຍທາງທີ່ສຳຄັນຄືສ້າງຄວາມສຸກໃຫ້ມວນມະນຸດ."