ລາວ​ຄອງ​ຄອຍ​ທີ່​ສຸດ​ທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ----ສຳພາດ​ທ່ານ​ສູນ​ທອນ ຄັນທະ​ວົງ ອຳນວຍ​ການສຳນັກງານ​ຂ່າວສານ​ປະ​ເທດ​ລາວ
2016-03-11 15:26:16  cri 

ທ່ານສູນທອນ ຄັນທະວົງ ອຳນວຍການຂ່າວສານປະເທດລາວໃຫ້ສຳພາດຕໍ່ນັກຂ່າວ CRI


​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ທ່ານ​ວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 8 ມີນາ​ນີ້, ທ່ານ​ວາງ​ອີ້​ໄດ້​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ຈີນ​ເປັນ​ຜູ້​ລິ​ເລີ່​ມສ້າງ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ" ​ກໍ່ຕາມ, ​ແຕ່​ໂອກາດ​ທີ່​ເກີດ​ຈາກ​ຍຸດ​ທະ​ສາດ​ນີ້​ແມ່ນ​ຂອງ​ທົ່ວ​ໂລກ. "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ຍຶດຖື​ຫຼັກການ​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ສິ່ງ​ທີ່​ຈະ​ນຳ​ມາ​ໃຫ້​ທົ່ວ​ໂລກ​ນັ້ນ ຍ່ອມ​ຈະ​ແມ່ນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ໃໝ່​ທີ່​ແຜ່ນດິນ​ໃຫຍ່​ອາຊີ​ເອີ​ລົບ​ຮ່ວມ​ກັນ​ພັດທະນາ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ CRI, ທ່ານ​ສູນ​ທອນ ຄັນທະ​ວົງ ອຳນວຍ​ການ​ຂ່າວສານ​ປະ​ເທດ​ລາວ ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເອງ​ໃນ​ນາມ​ສື່​ມວນ​ຊົນ​ກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ສຳມະ​ນາ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ" 2-3 ຄັ້ງ​ແລ້ວ, (​ເຫັນ​ວ່າ ຍຸດ​ທະ​ສາ​ດນີ້ ) ສາມາດ​ເຊື່ອມ​ຈອດ​ຫາ​ກັນ​ໝົດ​ທຸກ​ພາກ​ພື້ນຫາ​ທົ່ວ​ໂລກນີ້. ການ​ປະຕິບັດ​ນະ​ໂຍບາຍ​ອັນ​ນີ້ ຈະ​ເຮັດ​ໃຫ້​ໝົດ​ທຸກ​ຄົນ​ໃນ​ໂລກ​ນີ້ ​ໂດຍ​ສະ​ເພາະ​ຢູ່​ໃນ​ພາກ​ພື້ນ​ແຫ່ງ​ນີ້ ກ້າວ​ໄປ​ສູ່​ທົ່ວ​ໂລກ ​ໃຫ້​ມີ​ການ​ເຊື່ອມ​ຈອດ​ກັນ ມີ​ການ​ພົວພັນ​ກັນ ມີ​ການ​ຮ່ວມ​ມື​ກັນ. ຄື​ເພິ່ນ​ເວົ້າ​ວ່າການ​ປະຕິບັດ​ນະ​ໂຍບາຍ​ອັນ​ນີ້​ແມ່ນ​ເພື່ອ​ການ​ຮ່ວມ​ມື, ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ເພື່ອ​ແບ່ງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ​ແບ່ງ​ຮັບຜິດຊອບ​ນຳ​ກັນ, ບໍ່​ແມ່ນ​ວ່າ​ໃຫ້​ແຕ່​ຜູ້​ໃດ​ຜູ້​ໜຶ່ງ​ມີ​ຜົນ​ປະ​ໂຫຍ​ດທໍ່​ນັ້ນ. ສະ​ນັ້ນ ​ໃນ​ບັນດາ​ຊື່​ມວນ​ຊົນ ທີ່​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ປຸກລະດົມ​ປະຊາຊົນ​ເພື່​ໃຫ້​ເຂົ້າ​ໃຈ​ແນວທາງ ​ໃຫ້​ເຂົ້າ​ໃຈຄວາມ​ສຳຄັນ​ຂອງນະ​ໂຍບາຍ​ດັ່ງກ່າວ, ສະ​ນັ້ນ​ພວກ​ເຮົາ​ກໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ຢູ່​ໃນ​ກອງ​ປະຊຸມ​ຫົວໜ້າ​ສື່​ມວນ​ຊົນ ວ່າ​ເຫັນ​ດີ​ສະໜັບສະໜຸນ​ນະ​ໂຍບາຍ​ນີ້ ​ແລະ​ຈະ​ເຜີຍ​ແຜ່​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈ."

​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໃນ​ວັນ​ທີ 8 ມີນາ​ນີ້ ທ່ານ​ວາງ​ອີ​ກ່າວ​ວ່າ, ຈີນ​ຍິນ​ດີ​ຖື​ບັນດາ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນອອກສຽງ​ໃຕ້​ເປັນ​ຄູ່​ຮ່ວມ​ມື​ທີ່​ໃຫ້​ບູລິ​ມະ​ສິດ ​ໃນ​ການ​ສ້າງສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ທ່ານ​ສູນ​ສອນ​ກໍ່​ມີ​ການ​ຕີ​ລາຄາ​ເປັນ​ຢ່າງ​ດີ​ຕໍ່​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາ​ງ" ​ແລະ​ເວົ້າ​ວ່າ ປະ​ເທດ​ລາວ​ຄອງ​ຄອຍ​ທີ່​ສຸດ​ທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ.

"ລາວ​ເຮົາ​ນີ້​ຄອງ​ຄອຍ​ທີ່​ສຸດ  ຄ່ອງ​ຄອຍ​ທີ່​ສຸດການ​ຮ່ວມ​ມື​ລະຫວ່າງລາວ-​ຈີນ, ປະຊາຊົນ​ລາວ​ກໍ່​ເວົ້າ​ແຈ້ງ​ຫຼາຍ​ທີ່​ວ່າ ຖ້າ​ຈີນ​ບໍ່​ມາ​ຊ່ວຍ​ເຮົາ ຫຼາຍ​ອັນ​ແມ່ນ​ເຮັດ​ບໍ່​ໄດ້. ສົມ​ມຸດ​ວ່າ ມໍ່ໆ​ຜ່ານ​ມາ ດາວ​ທຽມ ຄັນ​ຈີນ​ບໍ່​ຊ່ວຍ​ກໍ່​​ບໍ່​ເກີດ, ໂຄງການ​ລົດ​ໄຟ ຄັນ​ຈີນ​ບໍ່​ຮ່ວມ​ມື​ກັນ ມັນ​ກໍ່​ເປັນ​ໄປ​ບໍ່​ໄດ້. ສະ​ນັ້ນ ປະຊາຊົນ​ແມ່ນ​ດີ​ໃຈ​ທີ່​ໄດ້​ເຫັນ​ມີ​ໂຄງການ​ໃຫຍ່ໆ​ຕໍ່​ໄປ ​ໂດຍ​ສະ​ເພະ​ແມ່ນ​ປະຊາຊົນ​ຢູ່​ບ່ອນ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ແຕ່​ກໍ່​ມີ​ຄົນ​ຈີນ​ໄປ​ຮອດ, ​ເຫັນ​ວ່າ​ຄົນ​ຈີນ​ໄປ​ຮອດ​ບ່ອນ​ໃດ, ກໍ່​ເຫັນ​ວ່າ​ສິນຄ້າ ຫຼື​ຜະລິດ​ຕະພັນ​ອຸປະກອນ​ເຄື່ອນ​ໃຊ້​ປະຈຳ​ວັນຢູ່​ບ່ອນ​ນັ້ນ​ກໍ່​ມີ​ຄວາມ​ອຸດົມສົມ​ບຸນ​ຂຶ້ນ, ປະຊາຊົນ​ກໍ່​​ໄດ້​ຊົມ​ໃຊ້, ອັນ​ນີ້​ກໍ່​ແມ່ນ​ນຳ​ເອົາ​ວັດຖຸ​ສິ່ງ​ຂອງ ​ເຄື່ອງອຸປະ​ໂພ​ກບໍລິ​ໂພ​ກ ນຳ​ເອົາ​ຄວາມ​ຢູ່​ດີ​ກິນ​ດີ ນຳ​ເອົາ​ຄວາມ​ສີວິ​ໄລ​ໄປ​ຫາ​ກັນ, ​ເຫັນ​ວ່າ​ອັນ​ນີ້​ແມ່ນ​ນະ​ໂຍບາຍ​ທີ່​ດີ​ທີ່​ສຸດ,ອັນ​ນີ້​ແມ່ນ​ເວົ້າ​ຈາກ​ດ້ານ​ນ້ອຍໆ. ​ເວົ້າ​ຈາກ​ດ້ານ​ໃຫຍ່​ແລ້ວກໍ່​ຄື​ການ​ເຊື່ອມ​ໂຍງ​ກັນ​ທີ່​ພວກ​ເຮົາ​ເວົ້າ​ເລຶ້ອຍໆ ​ເຊິ່ງບໍ່​ພຽງ​ແຕ່​ໝາຍ​ເຖິງ​ຄົມມະນາຄົມ​ທໍ່​ນັ້ນ, ຍັງ​ໝາຍ​ເຖິງ​ລະບົບ​ເຄືອ​ຂ່າຍ​ອີກ."

ຍ້ອນ​ຄວາມ​ຕ້ອງການ​ດ້ານ​ວຽກ​ງານ, ທ່ານ​ສູນ​ທອນ​ເຄີຍ​ໄປ​ຢ້ຽມ​ຢາມ​ຢູ່​ຫຼາຍ​ທ້ອງ​ຖີ່​ນຂອງ​ຈີນ, ສະ​ນັ້ນ ທ່ານ​ກໍ່ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວຽກ​ງານ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ຈີນ, ທ່ານ​ບອກ​ໃຫ້​ຮູ້​ວ່າ:

"ກ່ຽວ​ກັບ​ບັນຫາ​ລຶບລ້າງ​ຄວາມທຸກ​ຍາກ ຖື​ວ່າ​ດີ​ຫຼາຍ.ຫວ່າງ​ແລ້ວ​ນີ້ ພວກ​ເຮົາ​ໄດ້​ໄປ​ທັດສະນະ​ສຶກສາ​ຢູ່​ຈີນ,​ເພິ່ນ​ກໍ່​ໄດ້​ຍົກ​ໃຫ້​ເຫັນ​ກ່ຽວ​ກັບ​ບັນຫາ​ລຶບລ້າງ​ຄວາມທຸກ​ຍາກ, ຖື​ວ່າ​ເປັນ​ບູລິ​ມະ​ສິດ​ໜຶ່ງພ້ອມ​ທັງ​ການຈັດສັນ​ທີ່ຢູ່​ອາ​ໃສ ການ​ປະຕິບັດ​ນະ​ໂຍບາຍສະຫວັດດີ​ການ​ສັງຄົມ. ນະ​ໂຍບາຍ​ໂຕ​ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ພັກ​ຂອງ​ລັດຕໍ່​ປະຊາຊົນ, ​ເຖິງ​ວ່າຈີນ​ພັດທະນາ​ຫຼາຍ​ແລ້ວ ​ແຕ່​ຍັງ​ຖື​ນະ​ໂຍບາຍ​ນີ້​ປັນ​ບູລິ​ມະ​ສິດ ຖື​ວ່າ​ດີ​ຫຼາຍ. "

ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ຈີນ ທ່ານ​ສູນ​ສອນ​ກໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ, ທ່ານ​ກ່າວ​ວ່າ:

"ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິ​ງ ຂຶ້ນ​ມາ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ  ກໍ່​ເລີ່​ມປະຕິບັດ​ວຽກ​ງານ (ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ເສຍ​ທາດ​ຂາດ​ຄຸນ) ​ໂຕ​ນີ້, ບົດຮຽນ​ຂອງ​ຈີນ​ເວົ້າ​ລວມ​ແລ້ວ​ກໍ່​ຄື ບໍ່​ວ່າ​ເຈົ້າ​ຢູ່​ໃນ​ຂັ້ນ​ໃດ ຖ້າວ່າ​ເຈົ້າ​ຜິດ​ແລ້ວ​ກໍ່​ຕ້ອງ​ໄດ້​ແກ້. ອັນ​ນີ້​ແມ່ນ​ສຸດ​ທີ່​ຊົມ​ເຊີຍ. ​ເວລາ​ຂ້າພະ​ເຈົ້າ​ໄປ​ຈີນ ກໍ່​ຖາມ​ປະຊາຊົນ​ວ່າ ​ເປັນ​ຫຍັງທ່ານ​ສີ​ຈິ້ນ​ຜິ​ງ​ເພິ່ນ​ຢູ່​ໄດ້, ປະຊາຊົນ​ຕອບ​ວ່າ​ເພິ່ນ​ປາບ​ການ​ສໍ້​ລາດ​ບັງ​ຫຼວງ,ຖືກ​ໃຈ​ປະຊາຊົນ ​ແລະ​ບໍ່​ມີ​ໃຜ​ສາມາດ​ຕ້ານ​ໄດ້, ​ເຮັດ​ເພື່ອ​ປະຊາຊົນ. ສະ​ນັ້ນ​ນີ້​ກໍ່​ຖື​ວ່າ​ແມ່ນ​ນະຍ​ໂບາຍ​ທີ່​​ເປັນຕາ​ພົ້ນ​ເດັ່ນ​ຂອງ​ຈີນ,​ແລະ​ພວກ​ເຣົາກໍ່​ຈະ​ເຮັດ​ຄື​ແນວ​ນັ້ນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ