ເປັນ​ຫຍັງ​ປະ​ເທດ​ຕາ​ເວັນ​ຕົກຈຶ່ງ​ເຂົ້າ​ໃຈ​ຜິດ​ຕໍ່​ຍຸດທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"?
2016-03-11 15:22:55  cri 
    ວັນ​ທີ 5 ມີນາ​ນີ້, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ ​ໂດຍ​ກ່າວ​ວ່າ, ຕ້ອງ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ໜັກ​ແໜ້ນ, ຍຶດໝັ້ນການ​ປຶກສາ​ຫາລື​ຮ່ວມ​ກັນ, ກໍ່ສ້າງ​ຮ່ວມ​ກັນ ​ແລະ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​​ເຮັດ​ໃຫ້ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກາຍ​ເປັນ​​ສາຍພານ​ແຫ່ງ​ສັນຕິພາບ​ມິດຕະພາບ​ແລະ​ເສັ້ນທາງ​​ແຫ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ. ຂະນະ​ທີ່​ໃນວັນ​ທີ 8 ມີນາ​ນີ້, ທ່ານ ວາງຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​​ເປັນ​ຂອງ​ຈີນ, ​ແຕ່​ໂອກາດ​ເປັນ​ຂອງ​ໂລກ. ​ແນວ​ໃດ​ກໍ​ດີ ຍັງ​ມີ​ຫາງ​ສຽງທີ່​ເຂົ້າ​ໃຈ​ຜິດຫຼືສົງ​ໄສ​ຕໍ່​ຂໍ້​ລິ​ເລີ່​ມດັ່ງກ່າວ ​ໂດຍ​ເຫັນ​ວ່າ ຈີນ​ກອບ​ໂກຍ​ເອົາ​ຊັບພະຍາກອນ ​ແລະ​ສະ​ແຫວ​ງຫາ​ການຂະ​ຫຍາ​ຍອິດ​ທິພົນ. ມັນ​ເປັນ​ແນວ​ນັ້ນ​ແທ້​ບໍ່?

    "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ" ​ແລະ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21" ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ເສັ້ນທາງ​ການ​ຄ້າ​ທາງບົກ​ແລະ​ທາງ​ທະ​ເລ​ທີ່​ເຊື່ອມ​ຕໍ່​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ໃນ​ສະ​ໄໝ​ບູຮານ ທັງ​ແມ່ນ​ສັນຍະລັກ​ຂອງ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ.
​​
    ເມື່ອເດືອນ​ກັນຍາ​ປີ 2013 ​ໃນ​​ໂອກາດ​ທ່ານ ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ກາ​ຊັກ​ສະຖານ, ທ່ານ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ "​​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະໃນ​ເວລາ​ຢ້ຽມຢາມ​ປະ​ເທດ​ອາ​ຊຽນ​ໃນ​ເດືອນ​ຕຸລາ​ປີ​ດຽວ​ກັນ, ທ່ານ ສີ​ຈິ້ນຜິ​ງ ​ໄດ້​ສະ​​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21". ​ຂະນະ​ທີ່​ໃນເດືອນ​ມີນາ 2015, ກະຊວງ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າ​ຂອງ​ຈີນ ​ໄດ້​ຮ່ວມ​ກັນ​ເປີ​ດ​ເຜີຍ "ວິ​ໄສ​ທັດ​ແລະ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ກັນ​ສ້າງ​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21". ​ເພື່ອ​​ເຮັດ​ໃຫ້​​ແນວຄິດ​ທີ່​ສຳຄັນ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ປະຊາກອນ 4 ຕື້ 400 ລ້ານ​ຄົນ​ຂອງ 26 ປະ​ເທດ​ແລະ​ເຂດ​ແຄວ້ນ ​ແລະ​ສ້າງ​ແລວ​ເສດຖະກິດ​ທີ່​ຍາວ​ທີ່​ສຸດ​ຂອງ​ໂລກ​ດັ່ງກ່າວ​ນີ້​ບັນລຸ​ຜົນ​ເປັນ​ຈິງນັ້ນ, ຈີນ​ໄດ້​ນຳ​ໜ້າ​ອອກ​ທຶນ 40 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ສ້າງ​ກອງ​ທຶນ​ເສັ້ນທາງ​ສາຍ​ໄໝ ພ້ອມ​ທັງ​ລິ​ເລີ່​ມສ້າງຕັ້ງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ​ແລະ​ປັດຈຸບັນ​ ​ໄດ້​ມີຫຼາຍໆ​ປະ​ເທດ​ເຊັ່ນ​ອັງກິດ, ຝຣັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ ​ແລະ​ສ.​ເກົາຫຼີ​​ເຂົ້າຮ່ວມ ​ໂດຍ​ຈະ​ສະໜັບ​ສະ​ໜູນເງິນ​ທຶນ​​ໃຫ້ແກ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕົ້ນຕໍ​ອາ​ໄສ​ກົນ​ໄກ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ທີ່​ມີມາ​ແລ້ວ, ຫາກບໍ່ແມ່ນການສ້າງຕັ້ງຂຶ້ນໃໝ໋, ບໍ່​ໄດ້​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ການ​ເມືອງ, ຄວາມ​ໝັ້ນຄົງ​ແລະ​ຂົງ​ເຂດ​ທີ່​ມີ​ຄວາມ​ອ່ອນ​ໄຫວ​ອື່ນໆ, ​ແຕ່ມີ​ລັກ​ສະ​ນະ​ເປີດ​ປະຕູ, ສາມາດ​ເພີ່ມຄວາມມີ​ຊີວິດ​ຊີວາ​ໃຫ້​ແກ່​ຊັບພະຍາກອນ​ຕ່າງໆ​ຢູ່​ໃນ​ພາກ​ພື້ນ, ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ຢູ່​ລຽບ​ເສັ້ນທາງ. ​​ແນວ​ໃດ​ກໍດີ ແຕ່​ຕໍ່​​ເລື່ອງ​ນີ້​ກໍຍັງ​ມີ​ສຽງ​ທີ່​ແຕກ​ຕ່າງ​ກັນ​ຈຳນວນ​ໜຶ່ງຄື:

ຄວາມ​ເຂົ້າ​ໃຈ​ຜິດ​ອັນ​ໜຶ່ງ​ແມ່ນ: ຝ່າຍຕາ​ເວັນ​ຕົກ​ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ​ແລ້ວ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກໍແມ່ນ "​ແຜນການມາ​ໂຊ​ວ(The Marshall Plan​)ແບບຈີນ".

ທີ່​ຈິງ​ແລ້ວ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ແລະ "​ແຜນການມາ​ໂຊ​ວ(The Marshall Plan​)" ບໍ່ສາມາດ​ປຽບທຽບ​ກັນ​ໄດ້​ເລີຍ, ສິ່ງ​ທີ່​ແຕກ​ຕ່າງ​ກັນ​ທີ່​ສຸດຄືມັນ​ມີ​ເງື່ອນ​ໄຂ​ເພີ່ມ​ຕື່ມ​ຫຼື​ບໍ່. "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ມີ​ເງື່ອນ​ໄຂ​ເພີ່ມ​ຕື່ມ​ໃດໆ, ​ນີ້ແມ່ນການ​ເປີດ​ປະຕູ, ຈີນ​ເປັນ​ຜູ້​ລິ​​ເລີ່​ມສະ​ເໜີ​ອອກ ​ແລະອົງ​ການ​ເສດຖະກິດ​ອື່ນ​ປຶກສາ​ຫາລື​ຮ່ວມກັນ, ບໍ່​ມີ​ເງື່ອນ​ໄຂ​ເພີ່ມ​ຕື່ມ​ໃດໆ. ​ແຕ່"​ແຜນການມາ​ໂຊ​ວ(The Marshall Plan​)"​ໃນ​ເມື່ອ​ກ່ອນມີ​ເງື່ອນ​ໄຂ​ເພີ່ມ​ຕື່ມ​, ຖ້າ​ປະ​ເທດ​ສັງຄົມ​ນິຍົມ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ກໍຕ້ອງ​ປ່ຽນ​ສີສັນ​ເອງ​ເຊິ່ງ​ທາດ​ແທ້​ແລ້ວ​ກໍແມ່ນ​ "ນະ​ໂຍບາຍ​ກະຕຸ້ນ​ໃຫ້ລາງວັນ​ແລະ​ມີ​ການປັບ​ໃໝ"ຂອງ​ອາ​ເມ​ລິ​ກາມາ​ໂດຍ​ຕະຫຼອດ.

ຄວາມ​ເຂົ້າ​ໃຈ​ຜິດ​ອັນ​ທີ​ສອງ​ຄື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ແນ​ໃສ່ "ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ"ຂອງ​ອາ​ເມ​ລິ​ກາ.

​ລອງຖາມ​​ເບິ່ງ​ວ່າ, ຖ້າ​ຈີນ​ໄດ້​ສະໜອງ​ຂໍ້​ລິ​ເລີ່​ມທີ່​ເຮັດ​ໃຫ້​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ມີ​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແມ່ນ​ເລື່ອງ​ທີ່​ດີ​​ຫຼືບໍ່? ຖ້າ​ເວົ້າ​​ວ່ານີ້​ແມ່ນ​ສິ່ງ​ທ້າ​ທາຍ​ຊະນິດ​ໜຶ່ງ ນັ້ນ​ກໍ​ໃຫ້​ສິ່ງ​ທ້າ​ທາຍ​ແບບ​ນີ້​​ເກີດມາ​​​ຫຼາຍ​ແດ່​. ບໍ່​ຄວນ​ເປັນ​ຄົນ​ທີ່​ກ່າວຫາຈີນ​ທຸກໆ​ມື້​ວ່າ: ​ເຈົ້າ​ຕ້ອງ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບຜິດຊອບ, ​ແລ້ວ​ເມື່ອ​ຈີນ​ເອງ​ສະ​ແຫວ​ງຫາ​ການ​ພັດທະນາ​ກັບປະ​ເທດ​ອື່ນ​ຮ່ວມ​ກັນ, ອາ​ເມ​ລິ​ກາ​ພັດ​ເປັນ​ຫ່ວງ​ເປັນ​ໃຍ​ວ່າ​:ນີ້​ແມ່ນ​ການ​ທ້າ​ທາຍ​ຕໍ່​ອາ​ເມ​ລິ​ກາ​ຫຼື​ບໍ່. ຜູ້ນຳ​​ຈີນ​ໄດ້​​ກ່າ​ວມາ​​ແລ້ວ​ວ່າ: ມະຫາ​ສະ​ໝຸດປາຊີ​ຟິກທີ່​ໃຫຍ່​​ຊ່ຳນີ້​ສາມາດ​ບັນຈຸ​ສອງ​ປະ​ເທດ​ໃຫຍ່ຄື​ຈີນ​ແລະ​ອາ​ເມ​ລິ​ກາ. ​ແຕ່​ເປັນຫຍັງ​ມັກ​ລະ​ແວງ​ສົງ​ໄສ​ມາ​ໂດຍ​ຕະຫຼອດ​ວ່າ​ຈີນ​ຢາກ​ແຂ່ງຂັນ​ກັບ​ອາ​ເມ​ລິ​ກາ.

ຂໍ້​ທີ 3 ທີ່​ເຂົ້າ​ໃຈ​ຜິດ​ຄື ປະ​ເທດ​ພວມ​ພັດທະນາ​ຈຳນວນ​ໜຶ່ງ​ເປັນ​ຫ່ວງ​ວ່າ, ຈີນ​ຊຸກຍູ້ "​​ໜຶ່ງ​ແລວ​ທາງໜຶ່ງເສັ້ນທາງ"​ແມ່ນ​ຢາກ​ກອບ​ໂກຍ​ເອົາ​ຊັບພະຍາກອນ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ, ​​ແລ້ວ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ທາງ​ເສດຖ​ະກິດ​ຂຶ້ນຕື່ມ.

​​ເປັນ​ສິ່ງທີ່ເຂົ້າ​ໃຈ​ໄດ້ຕໍ່ຄວາມ​ເປັນ​ຫ່ວງ​ຂອງ​ປະ​ເທດ​ເຫຼົ່າ​ນີ້​, ​ແຕ່​ເມື່ອ​ຖາມ​ຕົນ​ເອງ​ວ່າ, ຈີນ​ເຄີຍ​ເຮັດ​ເລື່ອງ​ແບບ​ນີ້​ບໍ່? ​​ກ່ອນ​ໜ້າ​ນີ້​ປະມານ 20 ປີ​, ​ເຖິງ​ວ່າຈີ​ນ​ເປັນ​ພຽງປະ​ເທ​ດ​ໃຫຍ່​ໃນ​ດ້ານ​ເສດຖະກິດ​ແລະ​ການ​ເງິນ​ໃນພາກ​ພື້ນ​​ເທົ່າ​ນັ້ນ, ​ແຕ່ກໍ​ໄດ້​ສະ​ແດງ​ໂຕ​ທີ່​ສຳຄັນ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ຂອງ​ພາກ​ພື້ນ​ແລ້ວ, ​ເຊັ່ນການ​ເກີດ​ວິ​ກິດ​ການ​ທາງ​ການ​ເງິນ​ໃນ​ອາຊີ​ເວລາ​ນັ້ນ, ຈີນ​ໃຫ້​ຄຳ​ໝັ້ນສັນຍາ​​ແລະ​ກໍ​ໄດ້ປະສົບຜົນສຳ​ເລັດ ຄື​ບໍ່​ໄດ້​ເຮັດ​ໃຫ້​ເງິນ​ຢວນຈີນ​ລົງ​ລາຄາ, ​ເຮັດ​ໃຫ້​ນັກທຸລະກິດ​ຢູ່ຫຼາຍ​​ແຫ່ງ​ຂອງ​ອາຊີ​ສາມາດ​ຟື້ນ​ຟູ​ຂຶ້ນ​ໄດ້​ຢ່າງ​ວ່ອງ​ໄວ. ຂະນະ​ທີ່​ເທື່ອ​ນີ້​ໄດ້​ເກີດວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​​ຍ້ອນວິກິດການເງິນກູ້ດ້ອຍຄຸນນະພາບ​ຂອງ​ອາ​ເມ​ລິ​ກາ, ​ແຕ່​ຈີນ​ກໍ​ໄດ້​ປະຕິບັດ​ເໝືອນ​ເດີມ ຄື​ໄດ້​ຫາບ​ແບກ​ໜ້າ​ທີ່​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ​ທົ່ວ​ໂລກ​ທີ່​ຫວັ່ນ​ໄຫວ,. ຈີນ​ແມ່ນ​ປະ​ເທດ​ໃຫຍ່, ​ແລະ​ເຮັດ​ແນວ​ໃດ​​​ເພື່ອພັດທະນາ​ພ້ອມ​ກັບປະ​ເທດ​ອ້ອມ​ຂ້າງ​ນັ້ນ, ​ແມ່ນ​ບັນຫາ​ໜຶ່ງ​ທີ່​ຈີນ​ໄດ້​ພິຈາລະນາ​ຄົ້ນຄວ້າ​ມາ​ໄດ້​ຫຼາຍ​ພັນ​ປີ. ການ​ພັດທະນາ​ແບບ​ຊ່ວງ​ເສັງ, ​ແຕ່​ໃດ​ມາ​ກໍບໍ່​ແມ່ນ​ເປົ້າໝາຍຂອງ​ຈີນ. ການ​ທີ່ກອງ​ກ່ຳ​ປັ່ນ​ຂອງ​ທ່ານ​ເຈີ້​ງ​ເຫີ ແລ່ນ​ໄປ​ເຖິງພາກ​ຕາ​ເວັນ​ອອກ​ຂອງ​ອາ​ຟຼີກາ ​ເປັນພຽງ​ແຕ່​ຢາກ​ສະ​ທ່ອນ​ໃຫ້​ເຫັນແນວ​ຄວາມ​ຄຶດ​ໜຶ່ງ ນັ້ນກໍ​ຄື ​ເຫີ ໝາຍ​ເຖິງ ສັນຕິພາບ, ຄວາມ​ປອງ​ດອງ​ກັນ ​ແລະ​ອື່ນໆ. ກອງ​ກ່ຳ​ປັ່ນ​ຂອງ​ທ່ານ​ເຈີ້​ງ​ເຫີ​ແມ່ນ​ເຂັ້ມ​ແຂງ​ແທ້, ​ແຕ່​​ບໍ່​ແມ່ນ​​ໄປ​ຍາດ​ຊີງ​ເອົາ​ຜູ້​ອື່ນ. ຊູ່​ມື້​ນີ້ ຈີນ​ໄດ້​ຄ່ອຍໆ​ພັດທະນາ​ຂຶ້ນ, ບໍ່​ວ່າ​ວິ​ສາ​ຫະກິດ​ຫຼືບຸກຄົນ​ທີ່​​ໄປ​ພັດທະນາ​ຢູ່​ຕ່າງປະ​ເທດ​ນັ້ນ ກໍ​ລ້ວນ​ແຕ່​ແມ່ນການ​ຊອກ​ຫາ​ໂອກາດ​ຮ່ວມ​ມື. "ການ​ພັດທະນາຈຶ່ງ​ແມ່ນວິທີ​ທີ່​ດີ​ທີ່​ສຸດ, ມີ​ຫຼາຍ​ບັນຫາ​ ​ສາມາດ​ແກ້​ໄຂ​​ຕົກ​ໄດ້​ໃນ​ການ​ພັດທະນາ." "ຖ້າວ່າ​ໝູ່​ເພື່ອນ​ໃກ້ຄຽງ​​ພັດທະນາ​ຂຶ້ນ, ການ​ພັດທະນາ​ຂອງ​ຈີນ​ກໍ​ຈະ​ໝັ້ນທ່ຽງ​ກວ່າ​ເ​ກົ່າ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ