ຈີນ​ຈະ​ຜ່ອນຄາຍຄວາມ​ຈຳກັດ​ໂດຍໃຫ້​ທຶນ​ຕ່າງປະ​ເທດ​​ເຂົ້າ​ໃນ​ຂະ​ແໜງ​ການ​ບໍລິການ​ຕື່ມ​ອີກ
2016-03-13 15:20:49  cri 
ວັນ​ທີ 13 ມີນາ​ນີ້, ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12, ທ່ານ ກ່າວ​ຫູ​ເສີງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວວ່າ: ຈີນ​ຈະ​ຜ່ອນ​ຄາຍ​ຄວາມ​ຈຳກັດ​ໂດຍ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​​ເຂົ້າ​ມາ​ລົງທຶນ​​ໃນ​ຂົງ​ເຂດ​ຕ່າງໆ​, ​ໂດຍ​ສະ​ເພາະຈະ​ເປີດ​ປະຕູ​ຕື່ມ​ອີກ​ໃນ​ຂົງ​ເຂດການ​ບໍລິການ​ຕ່າງໆ​ເຊັ່ນ: ​ເຕັກ​ໂນ​ໂລ​ຊີ, ການ​ເງິນ, ການ​ສຶກສາ, ວັດທະນະທຳ​ແລະ​ການ​ຈໍລະ​ຈອນ​ສິນຄ້າ​, ພ້ອມ​ທັງ​ຄົ້ນຄວ້າ​​ແລະຜ່ອນຄາຍ​ຄວາມ​ຈຳກັດໃຫ້​ທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ຂະ​ແໜງ​ການ​ຜະລິດທີ່​ມີ​ເຕັກ​ໂນ​ໂລ​ຢີກ້າວໜ້າ​ທັນ​ສະ​ໄໝ​ແລະ​ມີ​ມູນ​ຄ່າ​ເພີ່ມ​ໃນ​ລະດັບ​ສູງ, ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການປັບປຸງ, ການ​ຍົກ​ລະດັບ​ແລະ​ຫັນປ່ຽນ​ຮູບ​ແບບ​ແລະ​ການ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງຂອງລັດ​ວິ​ສາ​ຫະກິດ.

ທ່ານ ກ່າວ​ຫູ​ເສີງ ກ່າວ​ຕື່ມ​ວ່າ: ການ​ເປີດ​ກວ້າງ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ແມ່ນ​ຂົງ​ເຂດ​ທີ່​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ​ໃນ​ຂັ້ນ​ຕອນ​ຕໍ່​ໄປ, ຈີນ​ຈະປັບປຸງການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ຂະ​ແໜງ​ການ​ຕ່າງໆໃຫ້​ດີ​ຂຶ້ນ​ຕື່ມອີກ. ຄຽງ​ຄູ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ແລະ​ຊຸກຍູ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ", ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ,​ເຂດ​ຊາຍ​ແດນ​ແລະ​ເຂດ​​ແຄມ​ຝັ່ງ​ແມ່​ນ້ຳຂອງ​ຈີນ​ລ້ວນ​ແຕ່​ໄດ້​ກາຍ​ເປັນ​ແນວ​ໜ້າ​ໃໝ່ຂອງ​ການ​ໄຂ​ປະຕູສູ່​ພາຍ​ນອກ, ທັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ. ທ່ານ ກ່າວ​ຫູ​ເສີງ ກ່າວຕໍ່​ໄປ​ວ່າ: "ພວກ​ຂ້າພະ​ເຈົ້າພວມ​ເລັ່ງລັດ​ຄົ້ນຄວ້າ​ແລະ​ວາງ​​ສາລະບານ​ຊີ້​ນຳ​ກ່ຽວ​ກັບຂະ​ແໜງ​ການ​ທີ່​ມີ​ທ່າ​​ແຮງ​ຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນສຳລັບ​ການ​ລົງທຶນ​ຂອງວິ​ສາ​ຫະກິດ​ຕ່າງປະ​ເທດສະບັບ​ໃໝ່, ​ເພື່ອຜ່ອນ​ຄາຍຄວາມ​ຈຳກັດ​ໃຫ້​ທຶນ​ຕ່າງປະ​ເທດ​ເຂົ້າ​ໃນຕະຫຼາດ​ເຂດ​ພາກ​ກາງ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ