ໄຕ້​ຫວັນ​ເຂົ້າ​ຮ່ວມ "ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ" ຈະ​​ຊ່ວຍ​ໜູນ​ການ​ພັດທະນາ​ເສດຖະກິດຂອງ​ຕົນ
2016-03-13 16:57:50  cri 
ທ່ານ ຫວູຈື້ມິ​ງ ກຳມະການສະພາ​ປຶກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນ, ກຳມະການ​ສູນ​ກາງຂອງ​ຄະນະ​ກຳມະການ​ສ້າງສາ​ປະ​ເທດ ​ປະຊາທິປະ​ໄຕຂອງ​ຈີນ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກຂ່າວ​ວ່າ: ການ​ສ້າງ "ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ" ​ແມ່ນ​ໂອກາດ​ທີ່​ສຳຄັນ​ແລະ​ໃຫຍ່​ຫຼວງ​ສຳລັບ​ເສດຖະກິດ​ແລະ​ນັກທຸລະກິດຂອງ​ໄຕ້​ຫວັນ, ການ​ເຂົ້າ​ຮ່ວມ "ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ" ຈະສາມາດ​ຊ່ວຍ​ໜູນ​ການ​ພັດທະນາ​ເສດຖະກິດຂອງ​ໄຕ້​ຫວັນ.

ທ່ານ ຫວູຈື້​ມິ​ງ ກ່າວ​ວ່າ: ​​ໄຕ້​ຫວັນຜ່ານ​ການ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ" ທີ່​ແຜ່ນດິນ​ໃຫຍ່​ຈີນ​ສະ​ເໜີ​ອອກ​ຢ່າງ​ຕັ້ງໜ້າ, ​ຈະ​ສາມາດຊ່ວຍ​ໄຕ້​ຫວັນ​ເລັ່ງລັດການ​ເຂົ້າ​ຮ່ວມ​​ເສດຖະກິດ​​ພາກ​ພື້ນ, ​ແລະ​ຂະຫຍາຍ​ໂອກາດ​ການ​ຄ້າ​ໄປ​​​ສູ່ອາ​ຊຽນ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ເອີຣົບ. ວິ​ສາ​ຫະກິດ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄຕ້​ຫວັນສາມາດ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ສ້າງ"ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ", ບັນລຸ​ການ​ປັບປຸງ​ແລະ​ຈັດ​ວາ​ງຊັບພະຍາກອນ​ຂອງ​ສອງ​ຝັ່ງ​ໃຫ້​ດີ​ຂຶ້ນ, ພ້ອມ​ກັນ​ຍົກ​ຄວາມ​ສາມາດ​ການ​ແຂ່ງຂັນ​ຂອງ​ຊົນ​ຊາດ​ຈີນ​ຢູ່​ໃນ​ໂລກ​ໃຫ້​ສູງ​ຂຶ້ນ.

ທ່ານ ຫວູຈື້ມິ​ງ ກ່າວ​ຕື່ມ​ວ່າ​: ​ໄຕ້​ຫວັນ​ກັບ​ແຂວງ​ຟູ​ຈ້ຽນທີ່​ເປັນ​ເຂດ​ໃຈກາງ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ" ຢູ່​​​ເຊິ່ງໜ້າ​ກັນ​ຕາມ​ແຄມ​ຝັ່ງທະ​ເລ, ​ໂດຍ​ອີງ​ອາ​ໄສ "ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ", ວິ​ສາ​ຫະກິດໄຕ້​ຫວັນ​​ແລະ​ແຂວງ​ຟູ​ຈ້ຽນສາມາດຮ່ວມ​ມື​ກັນ​ພັດທະນາ​ຕະຫຼາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກໍ​ຄື​ຕະຫຼາດ​ອາຊີ​ປາຊີ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ