ກອງ​ປະຊຸມ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 3
2016-03-13 15:15:36  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ວັນ​ທີ 13 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12 ​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 3 ​ໂດຍ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ແລະ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.

  ປີ 2015 ​​ແມ່ນ​ປີ​ສຳຄັນ​ຂອງ​ການ​ລົງ​ເລິກການປະຕິ​ຮູບ​ໂຄງ​ປະບອບຍຸດຕິ​ທຳ​ຢ່າງ​ຮ້ອບດ້ານ​ຂອງ​ຈີນ​ໂດຍ​ບົດ​ລາຍ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ຊີ້​ໃຫ້​ເຫັນ​ວ່າ, ສານປະຊາຊົນ​​ທົ່ວ​ປະ​ເທດ​​ໄດ້​ຊຸກຍູ້​ແລະ​ປະຕິບັດ​ມາດ​ຕະການ​ປະຕິ​ຮູບ 65 ຂໍ້. ສຳ​ລັບ​ແຜນການ​ປະຕິ​ຮູບ​ດ້ານ​ຍຸດຕິ​ທຳ​ປີ 2016, ທ່ານ ​ໂຈ່ສຽງ ປະທານ​ສານ​ປະຊາຊົນ​ສູງ​ສຸດຈີນກ່າວ​ວ່າ, ປີ 2016 ຕ້ອງ​ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ຍຸດຕິ​ທຳຢ່າງຮອບດ້ານທັງ​ຈະ​ສ້າງຕັ້ງ​ສານ​ເຄື່ອນ​ທີ່​ຂອງ​ສານ​ປະຊາຊົນ​ສູງ​ສຸດ. ຂະນະ​ທີ່​ທ່ານ ເສົາຈ້ຽນໝິງ ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຈີນ​ກ່າວ​ວ່າ, ປີ 2016 ຈະ​ສືບ​ຕໍ່​ຊຸກຍູ້​ວຽກງານ​ຈຸດ​ທົດ​ລອງ​ການ​ປະຕິ​ຮູບ​ຕ່າງໆ​ທີ່​ຖື​ລະບຽບ​ຄວາມຮັບຜິດຊອບ​ດ້ານ​ຍຸດຕິ​ທຳ​ເປັນ​​ໃຈກາງຢ່າງຮອບດ້ານ.

  ​ບົດ​ລາຍ​ງານ​ວຽກ​ງານ 2 ສະບັບ​ດັ່ງກ່າວລ້ວນ​ແຕ່​ລະບຸ​ວ່າ​ຈະ​ເພີ່ມຄວາມ​ເຂັ້ມ​ງວດ​ແລະ​ສືບ​ຕໍ່​ລົງ​ໂທ​ດການ​ສໍ້​ລາດ​ບັງ​ຫຼວງຕາມ​ກົດໝາຍ.

  ນອກ​ນີ້, ບົດ​ລາຍ​ງານ 2 ສະບັບ​ດັ່ງກ່າວ​ຍັງລະບຸ​ວ່າ, ທິດ​ທາງ​ວຽກ​ງານ​ໃນ​ປີ 2016 ​ແມ່ນ "​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງ​ຍາກ​ແລະປັບປຸງ​ຂໍ້​ຂາດ​ຕົກ​ບົກ​ພ່ອງ​ໃຫ້​ດີ​ຂຶ້ນ" ,​ພະຍາຍາມ​​ເຮັດໃຫ້ປະຊາ​ຊົນຮູ້ສຶກ​ເຖິງຄວາມ​ສະ​ເໜີ​ພາບ​ແລະ​ຍຸດຕິ​ທຳ​ໃນ​ທຸກໆ​ຄະດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ