ເວທີ​ປຶກສາ​ຫາລືອາຊີ​ໂປ​ອາວ​ຈະ​ຈັດ​​ກອງ​ປະຊຸມ​ໂຕະມົນ "ນັກທຸລະກິດ​ແລະຜູ້​ຊ່ຽວຊານຊາວຈີນ"
2016-03-15 16:36:52  cri 

​ແຫຼ່ງຂ່າວ​ຈາກ​ງານ​ຖະ​ແຫຼງຂ່າວ​ກິດຈະກຳ​ຫົວຂໍ້​ແຂວງ​ໄຫຫຼຳຂອງ​ກອງ​ປະຊຸມ​ປະຈຳ​ປີ 2016 ​ໃນ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໃຫ້​ຮູ້​ໃນ​ວັນ​ທີ 15 ມີນາ​ນີ້​ວ່າ, ​ໃນ​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປີ​ນີ້ຈະ​ຈັດ​ກິດຈະກຳ​ຫົວ​ຂໍ້​ແຂວງ​ໄຫຫຼຳ 18 ກິດຈະກຳ ລວມທັງ​ກອງ​ປະຊຸມ​ໂຕະ​ມົນ "ຜູ້ນຳ​ແລະ​ຜູ້​ຊ່ຽວຊານນັກທຸລະກິດ​ຈີນ" ​ເຊິ່ງ​ແຂວງ​​ໄຫຫຼຳ ​ແລະ ຫ້ອງການ​ກິດຈະການ​ຊາວຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ລັດຖະບານ​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ. ປັດຈຸບັນ, ມີ​ຜູ້ຢືນຢັນ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້​​ເປັນຕົ້ນນັກທຸລະກິດ​ເຊື້ອສາຍ​ຈີນທີ່​ມີ​ຊື່​ສຽງ​ໃນ​ໂລກ 25 ທ່ານ ​ແລະ ຜູ້​ຊ່ຽວຊານ 5 ທ່ານ ​ເຊິ່ງ​ກວມ​ເອົາຫຼາຍຂະ​ແໜງ​ການ​ແລະ​ຂົງ​ເຂດ ​ເຊັ່ນ ກະສິກຳ, ຂະ​ແໜງ​ການ​ຜະລິດອຸດສາຫະກຳ, ຂະ​​ແໜງ​ການ​ອະສັງຫາລິມະ​ຊັບ, ຂະ​ແໜງ​ການ​ທະນາຄານ ​ແລະອື່ນໆ.

ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ແຕ່​ວັນ​ທີ 22-25 ມີນາ​ນີ້ ​​ໂດຍ​ມີ​ຫົວ​ຂໍ້​ວ່າ "ອະນາຄົດ​ຂອງ​ອາຊີ: ຄວາມ​ມີ​ຊີ​ວິດ​ຊີວາ​ແລະວິ​ໄສທັດ​ໃໝ່".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ