ກອງ​ປະຊຸມ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ພິຈາລະນາ​ຮ່າງຍັດຕິ​ຕ່າງໆ
2016-03-15 10:15:36  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຜູ້​ແທນ​ໂດຍ​ພິຈາລະນາ 4 ຮ່າງຍັດຕິຄື ບົດ​ລາຍ​ງານວຽກ​ງານ​ລັດຖະບານ, ​ແຜນ​ພັດທະນາ​ເສດ​ຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 13, ​ແຜນ​ປະຈຳ​ປີ​ແລະ​ງົບປະມານ​ປະຈຳ​ປີ ທັງ​ຈັດ​ກອງ​ປະຊຸມຄະນະ​ປະທານ​ເທື່ອ​ທີ 3 ແລະກອງ​ປະຊຸມ​ຂ່າວ​ ເພື່ອຕອບ​ຄຳ​ຖາມ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ "ການ​ປັບປຸງ​ເງື່ອນ​ໄຂຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ທຸກ​ຍາກ​ແລະ​ວຽກ​ງານທີ່​ດິນ".

  ຂະນະທີ່​ຕອນ​ບ່າຍ​ວັນ​ດັ່ງກ່າວ​ຈະຈັດກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ຜູ້​ແທນ ​ໂດຍ​ຈະ​ພິຈາລະນາ​ຮ່າງ​ຍັດຕິຕ່າງໆ, ບົດ​ຄວາມ​ເຫັນ​​ກ່ຽວ​ກັບກົດໝາຍວ່າ​ດ້ວຍ​ການ​ກຸ​ສົນ​ແລະ​ຂໍ້​ຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ການລາ​ອອກ​ຈາກສະມາຊິກຄະນະດັ່ງກ່າວຂອງ​ທ່ານ ຫວງ​ເຣິ້ນຊິວ ທັງ​ຈະ​ຈັດ​ກອງ​ປະຊຸມ​ຄະນະ​ປະທານ​ເທື່ອ​ທີ 4.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ