ໄຫຫຼຳສຸມ​ໃສ່ປ້ອງ​ກັນ​ຄວາມປອດ​ໄພ​ຂອງ​ກອງ​ປະຊຸມ​ຜູ້ນຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງປະຖົມມະ​ເລີກ
2016-03-15 11:01:16  cri 
    ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ໄຫຫຼຳສປຈີນ​ແຈ້ງວ່າ, ​ເພື່ອ​ປ້ອງ​ກັນ​ຄວາມປອດ​ໄພ​​ໃນ​ໄລຍະ​ໄຂ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​ແລະ​ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ຂະນະ​ທີ່ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງການ​ປົກຄອງ​ປະຊາຊົນ​ແຂວງ​ໄຫຫຼຳ​ໄດ້​ອອກ​​ແຈ້ງ​ການ​ ​ໂດຍບໍ່​ໃຫ້​ຍົນບິນ​ໃນ​ພິທີ​ເປີດ​ກິລາ, ຈັດ​ງານ​ມ່ວນ​ຊື່ນ ​ແລະ​ໂຄສະນາ​ສິນຄ້າ​ໃນ​ໄລຍະ​ດຳ​ເນີນສອງ​ກອງ​ປະຊຸມ​ດັ່ງກ່າວ.

    ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ຈະ​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ແຕ່​ວັນ​ທີ 22-25 ມີນາ​ນີ້ ​ໂດຍ​ມີ​ຫົວ​ຂໍ້​ວ່າ "ອະນາຄົດ​ໃໝ່​ຂອງ​ອາຊີ: ພະລັງ​ຊີວິດ​ໃໝ່​ກັບ​ວິ​ໄສ​ທັດ​ໃໝ່", ຂະນະ​ທີ່ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ ກໍ​ຈະ​ໄຂ​ຂຶ້ນຢູ່​ແຂວງ​ໄຫຫຼຳ​ ​ໂດຍ​ຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການສ້າງ​ກົດ​ລະບຽບ​ແລະ​ກຳນົດ​ຖານະ​ຕໍ່​ການ​ພັດທະນາ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ