ຊ່ຽວຊານ​ຫວຽດນາມ​ຊີ້ການ​ຮ່ວມ​ມື​ຕາມ​​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ແລະຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ 6 ປະ​ເທດ​ໃນ​ພາກ​ພື້ນ​ນີ້
2016-03-16 11:58:46  cri 
ກອງ​ປະຊຸມ​ຜູ້ນຳ​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່ນ້ຳລ້ານ​ຊ້າ​ງ-​ແມ່ນ້ຳຂອງຄັ້ງທຳ​ອິດທີ່​ຈະ​ໄຂ​ຂຶ້ນ​ຢູ່​ແຂວງ​ໄຫ​ຫຼຳຂອງ​ຈີນ​ໃນ​ທ້າຍ​ເດືອນ​ມີ​ນາ​ນີ້ນັ້ນ, ທ່ານ​ໂດ​ທຽນ​ຊາມ ອະດີດ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​​ເຕັກນິກ​ຫວຽດນາມ, ທັງ​ເປັນ​ບັນນາທິການ​ໃຫຍ່​ "ບົດ​ວິຈານ​ກ່ຽວ​ກັບ​ການຄົ້ນຄວ້າ​ຈີນ"​ເຫັນ​ວ່າ, ການ​ຮ່ວມ​ມື​ຕາມ​​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ແລະຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ 6 ປະ​ເທດ​ໃນ​ພາກ​ພື້ນ​ນີ້.

ທ່ານ​ໂດ​ທຽນ​ຊາມກ່າວ​ວ່າ, ການຈັດຕັ້ງປະຕິບັດ​ເນື້ອ​​ໃນ​ທຸກ​ຂໍ້​ຂອງ​ກົນ​ໄກ​ຮ່ວມ​ມື​ຕາມ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ຢ່າງ​ມີ​ປະສິດ​ທິຜົນນັ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້ການຄົມມະນາຄົມ​ ​ທາງນ້ຳຢູ່​ຍ່ານ​ໃຕ້​​ແລະ​ເໜືອ​ໃນ​ເຂດ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງຄ່ອງ​ໂຕ​ໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຊຸກຍູ້​ຕໍ່​ການ​ປັບປຸງ​ທາງ​ຫຼວງ, ກາ​ນບິນ, ​ທ່າ​ເຮືອ​ແລະພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​ຢູ່​​ເຂດ​ອ້ອມ​ຂ້າງ​ຍ່ານ​ເໜືອ ຄື​ທົ່ງພຽງ​ຮົງ​ໂຮ​ແລະ​ທົ່ງພຽງ​ຈີວລັງ​, ​ລວມທັງກະ​ຕຸ້ນ​ເຖິງ​ການ​ສັນຈອນການ​ລຳລຽງແລະ​ການ​ພັດທະນາ​ການ​ຄ້າ​ຢູ່​​ພາກ​ພື້ນ​ນີ້, ປະຕິບັດ​ຂໍ້​ລິ​ເລີ່​ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງ​ຈີນ ​ແລະ​ແຜນການ"ສອງ​ລະບຽງໜຶ່ງ​ວົງ" ຂອງ​ຫວຽດນາມ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​​ເປັນ​ຮູບ​ປະ​ທຳ.

ທ່ານ​ໂດ​ທຽນ​ຊາມ​ເຫັນ​ວ່າ, ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສັງຄົມ​ແລະ​ວັດ​​ທະ​ນະທຳ​ໃນ​ການ​ຮ່ວມ​ມື​ຕາມ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ແມ່ນສິ່ງ​ຈຳ​ເປັນ​ທີ່​ສຸດ, ​ເພາະຢູ່​ເຂດ​ຕາມ​ລ້​ອງ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ, ການນັບຖື​ປະ​ເພ​ນີ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ໃນ​ທຸກ​ເຂດ, ​ແລະ​ການ​​ເອົາວັດທະນະທຳ​ທີ່​ມີ​ຫຼາຍສີສັນ​ໃຫ້​ເຊື່ອມ​​ໂຍງ​ເຂົ້າການ​ຮ່ວມ​ມື ຈະ​ເປັນ​ຜົນ​ດີຕໍ່​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ເຂດ​ຍ່ານ​ເໜືອ​ແລະ​​ໃຕ້ຫຼາຍ​ກວ່​າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ