ກອງ​ປ​ະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ຊຸດ​ທີ 12 ອັດ​ລົງ​ຢູ່​ນະຄອນຫຼວງປັກ​ກິ່ງ
2016-03-16 15:43:03  cri 

ພາຍຫຼັງ​ປະຕິບັດ​ໜ້າ​ທີ່​ຕາມ​ວາລະ​ວຽກ​ຕ່າງໆ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ຊຸດ​ທີ 12 ​ໄດ້​ອັດ​ລົງ​ແລ້ວ​ຢູ່​ຫໍ​ສະພາ​ປະຊາຊົນ​ຈີນ​​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 16 ມີນາ​ນີ້ ​ໂດຍ​ກອງ​ປະຊຸມ​ໄດ້​ຮັບຮອງ​​ເອົາ​ບົດລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ​ແຜນ​ແມ່​ບົດ "​ແຜນພັດທະນາ 5 ປີ​ຄັ້ງທີ 13", ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນເປັນຕົ້ນ. ນອກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ​​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ກຸສົນ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົງ​ນາມ​ໃນ​ດຳລັດປະທານ​ປະ​ເທດ​ເລກທີ 43 ​ແລະ​ປະ​ກາດ​​ໃຊ້ກົດໝາຍ​ດັ່ງກ່າວ.

ກອງ​ປະຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ 7 ສະບັບ​ກ່ຽວ​ກັບບົດ​ລາຍ​ງານ​ວຽກງານ​ຂອງ​ລັດຖະບານ, ​ແຜນ​ແມ່​ບົດຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງທີ 13, ການ​ຈັດຕັ້ງຕັ້ງປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ປີ 2015 ​ແລະ ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ປີ 2016, ການຈັດຕັ້ງປະຕິບັດ​​ແຜນງົບປະມານຂັ້ນ​ສູນ​ກາງ​ແລະ​ຂັ້ນທ້ອງ​ຖິ່ນປີ 2015 ​ແລະ ​​ແຜນ​ງົບປະມານ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ປີ 2016, ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ບົດ​ລາຍ​ງານ​ຂອງ​​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ. ນອກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ກຸສົນ ​ແລະ​ມະຕິ​ຕົກລົງຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​​ເຫັນ​ດີ​ໃຫ້​ທ່ານ​ຫວງ​ເຣີ້ນຊິ່ວ ລາ​ອອກ​ຈາກ​ຕຳ​ແໜ່​ງກຳມະການ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ