ຈີນ​ຈະ​ປ່ອຍ​ນ້ຳ​ລົງ​​​ໃຕ້ຫຼາຍຂຶ້ນ​​ແລະ​ເລັ່ງ​ດ່ວນ​ເພື່ອຫຼຸດຜ່ອນ​ສະຖານະ​ການ​ໄພ​ແລ້ງ​ຂອງ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ
2016-03-16 15:58:35  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 15 ມີນາ​ນີ້​ວ່າ: ນັບ​ແຕ່​ວັນ​ທີ 15 ມີນາ​ນີ້​ຈົນ​ຮອດ​ວັນ​ທີ 10 ​ເມສາ​ໜ້າ​ນີ້, ຈີນ​ຈະ​​ໃຊ້​ມາດ​ຕະການຢ່າງ​ຮີບ​​ດ່ວນ ລະບາຍ​ນ້ຳ​ລົງ​ໃຕ້​ໃຫ້ຫຼາຍຂຶ້ນ ໂດຍ​ຜ່ານ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງ ​ເພື່ອຫຼຸດ​ຜ່ອນ​ສະຖານະ​ການໄພ​​ແລ້ງ​ທີ່​ເກີດ​ຂຶ້ນຢູ່​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ.

​ສື່​ມວນ​ຊົນ​ລາຍ​ງານ​ວ່າ: ປັດຈຸບັນ, ຫວຽດນາມ​ພວມ​ເກີດ​​ໄພແລ້ງຢ່າງ​ໜັກໜ່ວງ​ທີ່​ສຸດ​ໃນຮອບ​ເກືອບ​ໜຶ່ງ​ສະຕະວັດ ສົ່ງ​ຜົນ​ໃຫ້ການ​ຜະລິດກະສິກຳ​ຢູ່ເຂດ​ສາມຫຼ່ຽມ​ປາກແມ່​ນ້ຳຂອງ​ຖືກກະທົບ​ຢ່າງ​ໜັກໜ່ວງ. ກ່ອນ​ໜ້າ​ນີ້, ຫວຽດນາມ​ໄດ້​ຮ້ອງ​ຂໍ​ຈີນ ​ໂດຍ​ໃຫ້​ປ່ອຍ​ນ້ຳ​ຢູ່​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງ ​ແຂວງຢຸນນານ​ ​ລົງ​​ໃຕ້ ​ເພື່ອຫຼຸດ​ຜ່ອນ​ຜົນ​ກະທົບຈາກໄພ​ແລ້ງ​ຂອງທົ່ງພຽງ​ເຂດ​ດັ່ງກ່າວ. ຕໍ່​ກໍລະນີ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ​​ດ້ວຍຄວາມ​ເປັນ​ຫ່ວງ​​ເປັນ​ໃຍ​ຕໍ່ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ນັ້ນ​, ລັດຖະບານ​ຈີນ​ຕົກລົງໃຫ້ປ່ອຍ​ນ້ຳ​ຢູ່ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງ​ລົງໃຕ້​ໃຫ້ຫຼາຍຂຶ້ນ​ແຕ່​ວັນ​ທີ 15 ມີນາ​ນີ້​ຫາ​ວັນ​ທີ 10 ​ເມສາ​ໜ້າ​ນີ້ ​ເຊິ່ງຈະ​ເປັນ​ການຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ໄພ​ແລ້ງ​ຢູ່​ລາວ, ມຽນມາ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ ​ເປັນຕົ້ນ ​ແລະ​ຫວັງ​ວ່າ​ມາດ​ຕະການ​ດັ່ງກ່າວ​ຈະສາມາດຊ່ວຍ​ຫຼຸດ​ຜ່ອນ​ສະຖານະ​ການ​ດັ່ງກ່າວ​ໄດ້​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ