ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໄດ້​ເນັ້ນ​ໃສ່​ຫຍັງແດ່
2016-03-17 16:56:21  cri 
​ເດືອນ​ພະຈິກ​ປີຜ່ານມາ, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນຢູ່
​ເມືອງ​ຊຽງ​ຮຸ່ງ ​ເທດສະບານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານຈີນ ທີ່​ຂັ້ນກັບປະ​ເທດ​ລາວ​ແລະ​ມຽນມາ​ພຽງ​ແຕ່​ນ້ຳ​ ສາຍ​ດຽວ​
​ໂດຍ​ມີ​ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ
5 ປະ​ເທດ​ລຸ່ມ​​ແມ່ນ້ຳຂອງ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ. ​ໃນ​ກອງ​ປະຊຸມດັ່ງກ່າວ​ໄດ້​ເຜີຍ​ແຜ່ "ນິຍາມການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ
ຂອງ" ​ແລະ"ຖະ​ແຫຼງຂ່າວຮ່ວມ" ​ໂດຍ​ປະກາດ​ເລີ່​ມຕົ້ນຂະ​ບວນການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ຂະນະ​ທີ່​ຝ່າຍ​ຕ່າງໆ
​ໄດ້​ບັນລຸ​​ຄວາມ​ເປັນ​ເອກະ​ພາບ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ທິດ​ທາງ​ແລະ​ຂອບ​ກົນ​ໄກ​ແຫ່ງ​ການ​ຮ່ວມ​ມື ​ແລະ​ເປັນ​ເອກະສັນ​ກັນ​ເຫັນ​ດີ​
ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ 3 ຂົງ​ເຂດ​ສຳຄັນ ​ຄື ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ສັງຄົມ​ແລະ
​ວັດທະນະທຳ ​ເຊິ່ງ​ໃນ​ໄລຍະ​ປັດຈຸບັນ​ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ໃນ 5 ທິດ​ທາງ​ບູລິ​ມະ​ສິດ ຄື ການ​ເຊື່ອມ​ຈອດ​, ຄວາມ​ສາມາດ​ໃນ​ການ
​ຜະລິດ, ​ເສດຖະກິດ​ຂ້າມ​ຊາຍ​ແດນ, ຊັບພະຍາ​ກອນນ້ຳ, ກະສິກຳ ​ແລະ ການຫຼຸດຜ່ອນ​ຄວາມທຸກ​ຍາກ. ນອກ​ນີ້, ຝ່າຍ​ຕ່າງໆ​ຍັງ​ໄດ້​
ຫາລື​ກັນ​ກ່ຽວ​ກັບ​ການ​ຈັດ​ກອງ​ປະຊຸມ​ຜູ້ນຳການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​ຂຶ້ນໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ