ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ແມ່ນ​ເພື່ອ​ຫຍັງ?
2016-03-17 16:59:17  cri 
ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແມ່ນ​ກົນ​ໄກ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແບບ​ໃໝ່​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮ່ວມ​ຂອງ 6 ປະ​ເທດ. ​ເຖິງ​ວ່າ 6 ປະ​ເທດ​ມີ​ສະພາບ​ແຫ່ງ​ຊາດ​​ແຕກ​ຕ່າງ​ກັນ, ​ແຕ່​ມີ​ຄວາມ​ຕ້ອງ​ການ​ຮ່ວມ​ມື​ທີ່​ຮ່ວມ​ກັນ​ແລະ​ມີ​ທ່າ​ແຮງ​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ຍົກ​ລະດັບ​ອົງ​ປະກອບ​ອຸດສາຫະກຳ, ການ​ເລັ່ງລັດ​ຫັນ​ກະສິກຳ​ໃຫ້​ເປັນ​ທັນ​ສະ​ໄໝ ​ແລະ​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ.

ກົນ​ໄກ​ດັ່ງກ່າວ​ແມ່ນ​ເວທີ​ທີ່ 6 ປະ​ເທດ​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງຮ່ວມ​ກັນ ​ແລະ​ຊົມ​ໃຊ້​ຮ່ວມ​ກັນ. ປະ​ເທດ​ຕ່າງໆ​ມີ​ຖານະ​ສະ​ເໝີ​ພາບ​ກັນ​ໃນ​ກົນ​ໄກ​ດັ່ງກ່າວ, ຖືຫຼັກການ​ປຶກສາ​ຫາລື​ເປັນ​ເອກະ​ພາບ​ກັນ ​ແລະ​ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ວາງ​ແຜນການ​ຮ່ວມ​ມື​ໂດຍ​ອີງ​ຕາມ​ສະພາບ​ແລະ​ຄວາມ​ຕ້ອງການ​ຕົວ​ຈິງ. ການ​ທີ່​ເຮັດ​ໃຫ້​ເສັ້ນທາງ​ຂອງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ເຊື່ອມ​ຕໍ່​ກັນຫຼາຍກວ່າ​ເກົ່າ​ແລະ​ໄວ​ກວ່າ​ເກົ່າ ​ເຮັດ​ໃຫ້ການ​ຄ້າ​ພັດທະນາຫຼາຍກວ່າ​ເກົ່າ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປມາຫາສູ່​ກັນຫຼາຍກວ່າ​ເກົ່າ ​ແລະ​ເຮັດ​ໃຫ້​ໝາກຜົນ​ຂອງ​ການ​ຮ່ວມ​ມື​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ຫຼາຍກວ່າ​​ເກົ່າ​ນັ້ນ ​ໄດ້​ກາຍ​ເປັນ​ສິ່ງ​ທີ່ 6 ປະ​ເທດ​ຄອງ​ຄອຍ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ