ການ​ຮ່ວມມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແມ່ນ​ຫຍັງ?
2016-03-17 16:42:16  cri 

  ເມື່ອເດືອນພະຈິກ​ປີ 2014, ທ່ານ ຫຼີ້​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໃນ​​ກອງ​ປະຊຸມ​ຜູ້ນຳຈີນ-ອາ​ຊຽນຄັ້ງ​ທີ 17 ​ໂດຍ​ໄດ້​ຮັບ​ການ​ຕອບ​ຮັບຢ່າງ​ຕັ້ງໜ້າ​ຂອງບັນດາ​ປະ​ເທດລຸ່ມ​ແມ່​ນ້ຳຂອງ. ຈາກ​ນີ້​ຈຶ່ງ​ມາ​ຮູ້​ນຳ​ກັນ​ວ່າ: ການ​ຮ່ວມ​ມື​​ແມ່ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແມ່ນ​ຫຍັງ?

  ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແມ່ນຊື່ຫຍໍ້​ມາ​ຈາກ "ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" ​ເຊິ່ງກວມ​ເອົາ​ຈີນ, ລາວ, ມຽນນາ, ​ໄທ, ກຳປູ​ເຈຍ​ແລະ​ຫວຽດນາມ​ເປັນ​ສະມາຊິກ.

  ຈີນ​ແລະ 5 ປະ​ເທດ​ດັ່ງກ່າວ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ໝູ່​ເພື່ອນ​ທີ່​ດີທີ່​ເປັນ​ມູນ​ເຊື້ອ ​ແລະ​ລ້ວນ​ແຕ່​ໄດ້​ສ້າງສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ດ້ານ​ການ​ເມືອງ. ພາຍ​ໃຕ້​ສະຖານະ​ການ​ໃໝ່​​ແຫ່ງການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ, ບັນດາ​ປະ​ເທດລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໄດ້​ເນັ້ນການ​ຮ່ວມມືນັ້ນ, ບໍ່​ພຽງ​ແຕ່​ມີ​ຄວາມ​ຕ້ອງການ​ອັນ​ແຮງ​ກ້າ​ເທົ່າ​ນັ້ນ, ​ຫາກ​ຍັງ​ມີ​ເງື່ອນ​ໄຂ​ຕົວ​ຈິງທີ່​ພຽງພໍ ​ເຊິ່ງສາມາດ​ເວົ້າ​ໄດ້​ວ່າ​ການ​ຮ່ວມ​ມື​ດັ່ງກ່າວສອດຄ່ອງ​ກັບ​ກະ​ແສນິຍົມ, ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ແລະສະຖານະ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ