ກຳປູ​ເຈຍ​ຊົມ​ເຊີຍ​ຈີນ​ທີ່​ປ່ອຍ​ນ້ຳ​ສູ່ຍ່ານ​ໃຕ້​ແມ່​ນ້ຳຂອງ
2016-03-17 14:32:38  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ມີນາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ກຳປູ​ເຈ​ຍ​ໄດ້​ອອກ​ຖະ​ແຫຼງການ ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ຈີນ​ທີ່ປ່ອຍນ້ຳ​ສູ່​ຍ່ານ​ໃຕ້​ແມ່​ນ້ຳຂອງ​ຢ່າງຮີບ​ດ່ວນ​ເພື່ອ​ຊ່ວຍ​ປະ​ເທດ​ຢູ່ຕາມ​ລຸ່ມ​ແມ່​ນ້ຳຂອງ​ແກ້​ໄຂ​ໄພ​ແລ້ງ.

    ຖະ​ແຫຼງການ​ຂຽນ​ວ່າ, ການ​ຮ່ວມ​ມື​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ຂໍ້​ຕົກລົງປ່ອຍ​ນ້ຳຢ່າ​ງຮີບ​ດ່ວນ​ຂອງ​ຈີນ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ, ປະ​ເທດ​ຢູ່​ລຸ່ມ​ແມ່​ນ້ຳຂອງ​ມີ​ການ​ພົວພັນ​ຮ່ວມ​ມື​ທີ່​ດີ​ກັບສປຈີນ​ໃນການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ.

    ນັບ​ແຕ່​ທ້າຍ​ປີ 2015 ​ເປັນຕົ້ນມາ, ຍ້ອນ​ວ່າ​ໄດ້ຮັບ​ຜົນ​ສະທ້ອນ​ຈາກ​ປາກົດການ​ເອນີ​ໂນ​ທີ່​ຮຸນ​ແຮງ, ປະ​ເທດ​ຕ່າງໆ​ຢູ່​ຕາມ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ໄດ້​ປະສົບ​ໄພ​​ແລ້ງ​ໃນ​ລະດັບ​ຕ່າງ​ກັນ ​ແລະ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້, ສະພາບດັ່ງກ່າວ​ໄດ້​ໜັກໜ່ວງ​ຂຶ້ນຕື່ມ ​ໂດຍ​ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ຜະລິດ​ແລະ​ ​ການດຳລົງຊີວິດ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ຢູ່​ລຽບ​ຕາມ​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ