ນາຍົກ​ຈີນ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ
2016-03-17 15:41:30  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 17 ມີນາ​ນີ້, ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​ເຂົ້າຮ່ວມ​ແລະ​ກ່າວ​ປາ​ໄສ​ຢູ່​ກອງ​ປະຊຸມ​ປະຈຳ​ປີ​ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳສປຈີນ​ຕາມ​ການ​ເຊີນ​ໃນ​ວັນ​ທີ 24 ມີນາ​ນີ້.

    ຜູ້ນຳ​ຂອງ 5 ປະ​ເທດ​ຢູ່​ລຽບ​ຕາມ​ແມ່​ນ້ຳຂອງ, ທ່ານ​ ຄາດ​ກາ ພຣາສັດ ຊາ​ມາ ​ໂອ​ລີ ນາຍົກລັດຖະມົນຕີ​ເນ​ປານ, ທ່ານ ອັນ​ເກີ​ດັສ ບຸດ​ເຄວີກ​ຊິວ​ສ໌ ນາຍົກລັດຖະມົນຕີລີຕົວນີ, ທ່ານ​ ຊາ​ເລັສ ມີ​ເຊ​ວ ນາຍົກລັດຖະມົນຕີ​ແບກ​ຊິກ, ທ່ານ​ ຢູຊຸ​ຟ ຄາ​ລາ ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານ ​ໂຢອິນ​ໂຮ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າ​ການ​ກະຊວງ​ວາງ​ແຜນການ​ເງິນຂອງ​ສ.​ເກົາຫຼີ, ທ່ານ ອາຄາ​ຈີ ​ເດີ​​ໂວ​ໂກ​ວິກ ຮອງ​ນາຍົກລັດຖະມົນຕີຣັດ​ເຊຍ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.​

    ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊີນ​ຂອງ​ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີຂອງ​ເນ​ປານ​ແລະ​​ແບກ​ຊິກ​ຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ