ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​ຈະ​ໄຂ​ຂຶ້ນຢູ່​ເມືອງ​ຊ່ານ​ຢ້າປະ​ເທດ​ຈີນ
2016-03-17 16:01:46  cri 
    ວັນ​ທີ 17 ມີນາ​ນີ້, ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ຈະ​ໄຂ​ຂຶ້ນຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫຫຼຳສປຈີນ​​ໃນ​ວັນ​ທີ 23 ມີນາ​ນີ້.

    ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊີນ​ຂອງ​ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ, ຜູ້ນຳ​​ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ​ຫວຽດນາມ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ໂດຍ​ທັງ 6 ປະ​ເທດ​ນີ້​ຈະສຸມ​ໃສ່​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ນີ້ ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ