ອະນາຄົດ​ຂອງການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຈະ​ເປັນ​ແນວ​ໃດ
2016-03-18 15:42:16  cri 

ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ຊານ​ຢ້າ ​ແຂວງ​ໄຫຫຼຳປະ​ເທດ​ຈີນ​ໃນ​ວັນ​ທີ 23 ມີນາ​ນີ້ ​ໂດຍ ​ບັນດາ​ທ່ານ​ຜູ້ນຳ​ຈະ​​ເລີ່​ມຕົ້ນເປີດ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຢ່າງ​ເປັນ​ທາງ​ການ, ວາງ​ແຜນ​ໃຫ້​ແກ່ການ​ຮ່ວມ​ມື​ໃນ​ອະນາຄົດ, ນຳ​ສະ​ເໜີ​ຂໍ້ລິ​ເລີ່​ມຕ່າງໆ​ທີ່​ສຳຄັນ​ສຳລັບການ​ຮ່ວມ​ມື​ດັ່ງກ່າວ ​ແລະ ​ໃຫ້ການ​ຊີ້​ນຳ​ທາງ​ການ​ເມືອງ​ທັງ​ເປັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດັ່ງກ່າວ​ຢ່າງ​ແຂງ​ແຮງ. ຈາກ​ນີ້ຈຶ່ງ​ເປັນ​ກອງ​ປະຊຸມ​ສຳຄັນ​ຄັ້ງໜຶ່ງ​ທີ່​ມີ​ບົດບາດຢ່າງ​ເລິກ​ເຊິ່ງຍາວນານ ​ແລະ ມີ​ຄວາມ​ໝາຍ​ຄັ້ງປະຫວັດສາດ.

​ເປົ້າໝາຍ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງນັ້ນຈະ​ປະຕິບັດ​ງານ​ຢ່າງຈິງ​ຈັງ​ເພື່ອ​ການ​ພັດທະນາ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ປະ​ເທດ ຂໍ​ພຽງ​ແຕ່​ວ່າ​ປະ​ເທດ​ຕ່າງໆ​ຈິງ​ອົກ​ຈິງ​ໃຈ​ຕໍ່​ກັນ, ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​​ແລະ​ເຮັດ​ແທ້​ທຳ​ຈິງ, ການ​ຮ່ວມມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳຂອງຈຶ່ງ​ຈະ​ມີ​ກຳລັງບົ່ມ​ຊ້ອນ​ຢ່າງ​ມະຫາສານ ​ແລະ ມີ​ອະ​ນາ​ຄົດ​ທີ່​ສົດ​ໃສຢ່າງ​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ