ການ​ຮ່ວມ​ມື​ລະຫວ່າງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄວນ​ເຮັດ​ຫຍັງ​ແດ່
2016-03-18 16:02:12  cri 
ຖ້າ​ຢາກ​ມີ​ຄວາມຮັ່ງມີ​ຂຶ້ນຄວນ​ສ້າງ​ຖະໜົນ​ກ່ອນ, ການ​ຮ່ວມ​ມືລະຫວ່າງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ສຸມ​ໃສ່​ຊຸກຍູ້ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ຈອດ​ກັນ, ​ເສັ້ນທາງ​ການບິນ​ຂອງ​ປະ​ເທດ​ຢູ່ລຽບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ສາມາດ​ໄປ​ມາຫາ​ສູ່​ກັນ​ໄດ້​ຢ່າງ​ສະດວກ ​ແລະ​ຕ້ອງໄດ້​ເປີດເສັ້ນທາງ​ການບິນ​ສາຍ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ຮ່ວມ​ມື​ລະຫວ່າງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຈະ​ພັດທະນາ​ເສດຖະກິດ​ຂ້າມ​ແດນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ, ອີງ​ໃສ່​ທ່າ​ແຮງ​ທີ່​ບົ່ມ​ຊ້ອນ​ຂອງ​ກັນ​ແລະ​ກັນ ຜ່ານ​ການ​ສ້າງ​ເຂດ​ນິຄົມ​ອຸດສາຫະກຳ, ​ສ້າງ​ເປັນ​ກຸ່ມ​ຂະ​ແໜງ​ການ​ແລະ​ຕ່ອງ​ໂສ້​ການ​ຜະລິດ​ແບບ​ຂ້າມ​ແດນ. ​ເນື່ອງ​ຈາກການ​ຮ່ວມ​ມື​ລະຫວ່າງ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງມີ​ຕົ້ນ​ກຳ​ເນີ​ດມາ​ຈາກ​ນ້ຳ ຕ້ອງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ​ນ້ຳ​ຢ່າງ​ຕັ້ງໜ້າ, ສ້າງ​ສູນ​ຮ່ວມ​ມື​ຊັບພະຍາກອນ​ນ້ຳ​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ພ້ອມ​ກັນ​ປົກປັກ​ຮັກສາ​ຊັບພະຍາກອນ​ຊີວະນານາ​ພັນຢູ່​ຕາມ​​ແມ່​ນ້ຳ ​ເຮັດ​ໃຫ້​ປະຊາຊົນ​ທີ່​ອາ​ໄສ​ຢູ່​ລຽບ​ແມ່​ນ້ຳ​ສາມາດ​ດຳລົງ​ຊີວິດ​ໄດ້​ດີກ​ວ່າ​ເກົ່າ. ບັນດາ​ປະ​ເທດ​ຢູ່​ລຽບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຕົ້ນຕໍຈະ​ພັດທະນາ​ເວທີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ​ເພີ່ມ​ຂີດ​ຄວາມ​ສາມ​າດດ້ານ​ການ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ໃຫ້​ສູງ​ຂຶ້ນ​ແລະ​ສ້າງ​ເຂດ​​ຕົວ​ແບບ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ຮ່ວມ​ກັນບັນລຸ​ສັງຄົມ​ທີ່​ສົມບູນ​ພູນ​ສຸກ​​ແລະ​ມີ​ຄວາມ​ຮັ່ງມີ. ​​ຂະນະ​ດຽວ​ກັນ, ການ​ຮ່ວມ​ມື​ດັ່ງກ່າວ​ຍັງ​ຄວນ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ຊຸກຍູ້​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ປະຊາຊົນ​ຂອງ​ບັນດາ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ