ຈີນ​ຈັດ​ກອງ​ປະຊຸມ​ຂ່າວ​ເພື່ອ​ແນະນຳ​ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຂອງການ​ຮ່ວ​ມມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ
2016-03-18 10:43:45  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 17 ມີນາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ທ່ານ​ ລິວ​ເຈີ້ນ​ມິນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​​ແນະ​ນຳ​ສະພາບ​ການ​ທີ່​ກ່ຽວຂ້ອງ ພ້ອມ​ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

    ທ່ານ ລິວ​ເຈີ້ນ​ມິນ ​ໃຫ້​ຮູ້​ວ່າ, ຜູ້ນຳ​ຂອງ 6 ປະ​ເທດ​ຈະ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ພິທີ​ເລີ່​ມດຳ​ເນີນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ​ຈະ​ຮ່ວມ​ກັນ​ຊົມ​ງານ​ວາງສະ​ແດງ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ຂະນະ​ທີ່​ຜູ້ນຳ​ຂອງ​ຈີນ​ແລະ​ໄທ​ຈະ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ​ແລະ​ຈະ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຮ່ວມ​ກັນ. ນອກ​ນັ້ນ, ທ່ານ ຫຼີ​ເຄີ້ສຽງ ນາຍົກ ລັດຖະມົນຕີຈີນ ຍັງ​ຈະ​ຈັດການ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້ນຳ 5 ປະ​ເທດ.

    ທ່ານ ລິວ​ເຈີ້ນ​ມິນ ກ່າວ​ຕື່ມ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແມ່ນ​ຄວາມ​ພະຍາຍາມ​ທີ່​ສຳຄັນ​ຂອງ 6 ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ສະໜິດ​ແໜ້ນ​ເພື່ອ​ຊອກ​ຄົ້ນການ​ສ້າງຕັ້ງ​ເວທີ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ແບບ​ໃໝ່, ​ເຊື່ອ​ໝັ້ນວ່າ ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ດີ ​ແລະ​ນຳ​​ເອົາຜົນ​ປະ​ໂຫຍ​ດຕົວ​ຈິງ​ມາໃຫ້​ແກ່​ປະຊາຊົນ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ