ປະ​ເທດ​ສະມາຊິກຄະນະ​ກຳມະການ​ປະສົມ​ຂອງ​ຄະນະກຳມາທິການ​ແມ່​ນ້ຳຂອງສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງຈີນປ່ອຍນ້ຳລົງ ​
2016-03-20 15:23:21  cri 

  ຂ່າວສານ​ຊິນ​ຮວາ​ລານ​ຍງານ​ວ່າ: ຄະນະ​ກຳມະການ​ປະສົມ​ຂອງ​ຄະນະກຳມາທິການ​ແມ່​ນ້ຳຂອງ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ຫວຽດນາມ​ແຕ່​ວັນ​ທີ 15-17 ມີນາ​ນີ້, ​ຜູ້​ຕາງໜ້າ​ທີ່​ຮ່ວມ​ກອງ​ປະຊຸມຈາກລາວ, ຫວຽດນາມ, ກຳ​ປູ​ເຈຍ​ແລະ​ໄທ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງ​ຈີນປ່ອຍນ້ຳລົງ, ທັງ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດສະມາຊິກ​ຂອງ​​ຄະນະກຳມາທິການ​ດັ່ງກ່າວ​ຈົ່ງຮ່ວມ​ມື​ແລະ​ປະສານ​ງານ​ກັນ​ເພື່ອນຳ​ໃຊ້​ການສະໜອງ​ນ້ຳ​ຢ່າງສຸກ​ເສີນ​ຄັ້ງ​ນີ້ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ມີ​ປະສິດທິ​ຜົນ.

  ວັນ​ທີ 15 ມີນາ​ນີ້, ທ່ານ ລູ້​ຄາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼງ ວ່າ, ​ເພື່ອ​ນຳ​​ໃຈ​ໃສ່​ນຳຄວາມ​ເປັນ​ຫ່ວງ​​ເປັນ​ໃຍຂອງປະ​ເທດ​ລ້ອງ​ແມ່​ນ້ຳຂອງ​, ລັດຖະບານ​ຈີນ​ຕົກລົງຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ຕົນ​ແລະ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​, ປ່ອຍ​ນ້ຳ​ລົງ​ຈາກເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງຂອງ​ຈີນ​ໄປ​ສູ່ຍ່ານ​ໃຕ້​ຂອງ​ແມ່​ນ້ຳ ຂອງແຕ່​ວັນ​ທີ 15 ມີນາ​ນີ້​ຫາ​ວັນ​ທີ 10 ​ເມສາ​ໜ້າ​ນີ້. ມາດ​ຕະການ​ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ລາວ, ມຽນມາ, ​ໄທ, ກຳປູ​ເຈຍ​ແລະຫວຽດນາມ, ​ຫວັງ​ວ່າ​ຈະ​ສາມາດ​ຊ່ວຍຜ່ອນ​ຄາຍໄພ​​ແຫ້ງແລ້ງ​ຢູ່​ຍ່ານ​ໃຕ້ຂອງ​ແມ່​ນ້ຳຂອງ.

  ວັນ​ທີ 17 ມີນາ​ນີ້, ທ່ານ ຈັບ​ດຶກ​ເກືອ​ງ ຫົວໜ້າ​ກອງເລຂາທິການ​ຄະນະກຳມະການ​ແມ່​ນ້ຳຂອງ​ແຫ່ງ​ຊາດ​ຫວຽດນາມ​ໄດ້ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ນ້ຳ​ທີ່​ຈີນ​ປ່ອຍ​ລົງມີ 27%-54% ຈະ​ໄຫຼຮອດ​ຫວຽດນາມ​ໃນ 2-3 ອາທິດ​ຕໍ່ໜ້າ​ເຊິ່ງຈະຊ່ວຍ​ແກ້​ໄຂ​ບັນຫາ​ໄພ​ແຫ້ງ​ແລ້ງຂອງຫວຽດນາມ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ