ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
2016-03-21 16:44:33  cri 

ຫວ່າງ​ມໍ່ໆ​ມາ​ນີ້, ຮອງ CEO ຂອງ​ທະນາຄານ​ກະສິກອນ​ໄທ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງມີ​ສາຍພູ ​ແລະ ​ແມ່​ນ້ຳ​ລຳ​ເຊຕິດ​ຈອດ​ກັນ, ມີການ​ພົວພັນ​ດ້ານ​ວັດທະນະທຳທີ່ແໜ້ນ​ແຟ້ນ, ມີ​ພື້ນຖານການ​ຮ່ວມ​ມືອັນ​ໜັ​ກ​ແໜ້ນ, ຂົງ​ເຂດ​ການ​ຮ່ວມ​ມື​ກວ້າງ​ໃຫຍ່ ທັງ​ມີ​ຄວາມສາມາດບົ່ມ​ຊ້ອນ​ຢ່າງ​ມະຫາສານ. ກົນ​ໄກ​ຮ່ວມ​ມືລະຫວ່າງ​ຈີນ​ແລະ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ​ເພີ່ມຄວາມ​ເຂົ້າ​ໃຈ​ກັນ ​ແລະ ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ.

ຮອງ CEO ທ່ານ​ນີ້​ຊີ້​ອອກ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຄັ້ງທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ທີ່​ຈັດ​ຂຶ້ນຢ່າງ​ສຳ​ເລັດ​ຜົນ​ຢູ່​ແຂວງ​ຢຸນນານ​ປະ​ເທດ​ຈີນ​ເມື່ອ​ເດືອນ​ພະຈິກ​ປີ 2015 ນັ້ນ ເປັນ​ການ​ເລີ່​ມຕົ້ນຂະ​ບວນການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ ​ເຊິ່ງປັດຈຸບັນ, ທັງ 6 ປະ​ເທດ ຄື ຈີນ, ລາວ, ​ໄທ, ມຽນມາ, ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ບັນລຸ​ທັດສະນະທີ່​ເປັນ​ເອກະ​ສັນ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ,​ ຂະນະ​ທີ່ 6 ປະ​ເທດ​ດັ່ງກ່າວ​ສາມາດ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ້ງ​ແຍ້​ງກັນ​ໃນ​ຕະຫຼາດຂອງກັນ​ແລະ​ກັນ ​ໂດຍ​ຜ່ານ​​ກົນ​ໄກຮ່ວມ​ມື​ດັ່ງກ່າວ ​ແລະ​ກໍ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ, ມຽນມາ, ກຳປູ​ເຈຍ ​ແລະ ຫວຽດນາມ ທັງ​ຊຸກຍູ້​ໃຫ້​ 4 ປະ​ເທດນີ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ເປັນ​ຢ່າງ​ດີ.

ທ່ານ​ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຈະ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ນີ້​ໃຫ້​ມີ​ການ​ພັດທະນາ​ກ້າວໜ້າ​ຕື່ມ​ອີກ ​ແລະ​ສ້າງ​ຄວາມສົມບູນ​ພູນ​ສຸກ​ໃຫ້​ແກ່ 10 ປະ​ເທດ​ອາ​ຊຽນດ້ວຍ​ການ​ຮ່ວມ​ມືຕໍ່​ເນື່ອງ​ຖາວອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ