ກົນ​​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ໄດ້​ສ້າງ​ໂອກາດ​ໃໝ່​​ໃຫ້ແກ່​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ລາວ
2016-03-21 16:38:52  cri 
​​​ຫວ່າງ​ມໍ່ໆມາ​ນີ້,ທ່ານ​ຢາ​ວປິ່ນ ຮອງ​ປະທານ​ສະພາ​ການ​ຄ້າ​ຈີນ​ຂອງ​ລາວ​ໄດ້​ໃຫ້​ສຳພາດ​ໂດຍ​ກ່າວ​ວ່າ,ກົນ​​ໄກ​ການຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ຈະ​ສ້າງ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ລາວ.

ທ່ານ​ຢາ​ວປິ່ນ​ເຫັນ​ວ່າ,​ເຖິງ​ວ່າສປປລາວ​ເປັນ​ປະ​ເທດ​ດ້ວຍ​ພັດທະນາ​ຢູ່​ອິນ​​ດູ​ຈີນ,ທັງແມ່ນ​ປະ​ເທດ​ດຽວ​ທີ່​ບໍ່​ມີ​ທາງສູ່​ອອກ​ທະ​ເລ,ເສດຖ​ະກິດ​ສັງຄົມ​​ບໍ່​ທັນເຕີບ​ໃຫຍ່,​ແຕ່ມີ​ໂອກາດ​ຮ່ວມ​ມື​ຢ່າງ​ຫຼວງຫຼາຍກັບ​ຈີນ​ແລະ​ປະ​ເທດ​ອື່ນໆ​ຢູ່​ລຽບລຸ່ມ​ແມ່​ນ້ຳຂອງ​.

ທ່ານ​ຢາ​ວປິ່ນ​ກ່າວ​ວ່າ,​ໃນ​ໂຄງການ​ຮ່ວມ​ມື​ເສດຖ​ະກິດ​ການ​ຄ້າ​ຈີນ​ລາວ​ໃນ​ປັດຈຸ​ບັນ​ນີ້​ມີ​ໂຄງການ​ໃຫຍ່​ອ່າວ​ຫຼາຍ,​ແລະ​​ເລັງໃສ່​ການ​ພັດທະນາ​ຊັບພະຍາກອນ​ພະລັງງານ,​ຂະນະ​ທີ່ໂຄງການ​ໃນ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ອ່າວ​ໜ້ອຍ,ຈິ່ງ​ເຮັດ​ໃຫ້ ປະຊາຊົນ​ສ່ວນ​ຫຼາຍ​​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພໍ​ເທົ່າ​ໃດ.​​ແນວ​ໃດ​ກໍ​ດີ​ຕົນ​ຫວັງ​ວ່າ ກົນ​​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ທີ່​ກວມ​ເອົາລາວນັ້ນ,ຈະ​ມີ​ໂຄງການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍຂຶ້ນ​ກວ່າ​ເກົ່າເພື່ອເຮັດ​ໃຫ້​ປະ​ຊາຊົນ​ລາວ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ຮ່ວມ​ມື​ເສດຖະກະດການ​ຄ້າ​ຈີນ​ລາວຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ