ເວທີ​ປຶກສາ​ຫາ​ລື​ອາຊີໂປ​ອາວ​ເພື່ອ​ກ້າວ​ເຖິງ​ຄວາມ​ຮັບ​ຮູ້​ຮ່ວມ​ອັນ​ໃໝ່
2016-03-21 16:31:35  cri 
ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີໂປ​ອາວ​ທີ່ຈະ​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳຈີນ​ແຕ່​ວັນ​ທີ 22 ຫາ 25 ມີນາ​ນີ້,​​ໂດຍ​ໃນ​ວັນ​ທີ 24 ​ເດືອນ​ດຽວ​ກັນ,ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ແລະ​ກ່າວ​ຄຳ​ເຫັນ​ຕາມ​ການ​ເຊື້ອ​ເຊີນ.ຂະນະ​ທີ່ຫົວ​ຂໍ້ຫຼັກຂອງ​ກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ນີ້​ແມ່ນ "ອະນາຄົດ​ໃໝ່​ຂອງ​ອາຊີັ:ພະ​ຊັງ​ຊີວິດ​ໃໝ່​ແລະວິໄສ​ທັດ​ໃໝ່."

ປັດຈຸ​ບັນ,​​ເສດຖະກິດ​ໂລກ​ຂາດ​ກຳລັງ​ແຮງ​ໃນ​ການ​ຟື້ນ​ຟູ,ການ​ພັດທະນາ​ເສດຖະກິດ​ຂອງ​ອາຊີ​ກໍ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຈຳນວນ​ໜຶ່ງ.​​ແລະ​ຈາກ​ສະພາບ​ພິ​ເສດດັ່ງ​ກ່າວ,ຝ່າຍ​ຕ່າງໆ​​ໄດ້ໃຫ້​ຄວາມ​ສຳຄັນ​ຫຼາຍຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ນີ້.​ໂດຍກອງ​ປະຊຸມ​ປະ​ຈຳປີ​ຄັ້ງ​ນີ້​ຈະ​ຍຶດຖື​ປະ​ເພນີ,ຕື່ມ​ພະລັງ​ແຮງ​ອັນ​ໃໝ່​​ແລະ​ສ້າງ​ພະລັງ​ຍູ້​ໜູນ​ອັນ​ໃໝ່​ໃຫ້​ແກ່​ສະ​ຖຽນລະ​ພາບ​ແລະ​ກາ​ນພັດທະນາ​ຂອງ​ອາຊີ​ກໍ​ຄື​ຂອງ​ໂລກ.

​​ໃນ​ໄລຍະ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ນີ້,​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 13 ຂອງ​ຈີນ,ກອງ​ປະຊຸ​ມສຸດ​ຍອດ​ກຸ່ມ 20 ປະ​ເທດທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຮາງ​ໂຈ່​ວ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ພ້ອມ​ດ້ວຍ​ເສັ້ນທາງ​​​ແລະ​ອະນາຄົດ​ແຫ່ງການພັດທະນາ​ຂອງ​ຈີນ​​​ແລະ​ອື່ນໆ​ລ້ວນ​ແຕ່​ຈະ​​ເປັນ​ຫົວ​ຂໍ້​ສຳຄັນ​ໂດຍຜູ້​ແທນ​ຝ່າຍ​ຕ່າງໆ​ຈະ​ໄດ້​ຮັບ​ຟັງ​ການ​ອະທິບາຍ​ທີ່​ຊົງ​ອິດ​ທິພົນ​ຂອງ​ຜູ້ນຳ​ຈີນ​ແລະ​​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ຂອງພາກສ່ວນ​ທີ່ກ່ຽວຂ້ອງ​ແລະ​ຂອງ​ທ້ອງ​ຖິ່ນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ