ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ອາຊີ
2016-03-22 11:11:19  cri 

ກອງ​ປະຊຸມ​ປະຈຳ​ປີ​ 2016 ຂອງ​ເວທີປຶກສາ​ຫາລື​ອາຊີ​ໂປ​ອາວ​ຈະ​ຈັດ​ຂຶ້ນຢູ່​ໂປ​ອາວ ​ແຂວງ​ໄຫຫຼຳປະ​ເທດຈີນ ​ລະຫວ່າງ​ວັນ​ທີ 22-25 ມີນາ​ນີ້ ​ໂດຍບຸກຄົນ​​ໃນວົງ​ການ​ການ​ເມືອງ​ແລະ​ຜູ້​ຊ່ຽວຊານ, ນັກວິຊາການຕ່າງປະ​ເທດ​ເຫັນ​ວ່າ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ທີ່​ສຳຄັນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ ​​ເຊິ່ງຈະ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ໃຫຍ່ຫຼວງຕໍ່​ການ​ເຊື່ອມ​ໂຍງ​ເສດຖະກິດ​ອາຊີ.

ທ່ານຣີຊາດ ​ໂຄນ​ເບັກ ລັດຖະມົນຕີ​ວ່າການ​ກະຊວງທ່ອງ​ທ່ຽວ​ແລະ​ສຶກສາ​ທິການ​ສາກົນອົສຕຣາລີ ຊີ້ວ່າ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ແມ່ນ​ເວທີ​ປຶກສາ​ຫາລື​ທີ່ມີເອກະລັກ​ສະ​ເພາະ​ແລະ​ດີ​ເດັ່ນ ​ໃນ​ການ​ປຶກສາ​ຫາລື​ກິດຈະການ​ອາຊີ. ຂະນະ​ທີ່ທ່ານ​ຄັດ​ກາ ປຣາຊັດ ຊາ​ມາ ​ໂອ​ລີ ນາຍົກລັດ​ຖະມົນຕີ​​ເນ​ປານ ກ່າວ​ໂດຍເຊື່ອ​ວ່າ: ​ເວທີ​ປຶກສາ​ຫາລື​ອາຊີ​ໂປອາວຈະ​ສາມາດ​ວາງ​ແຜນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ​ສ່ວນເນ​ປານກໍ​ຫວັງ​​ຈະ​ສາມາດ​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ກອງ​ປະຊຸມ​ປະຈຳ​ປີ​ນີ້​. ສ່ວນທ່ານ​ລີ​ເຄ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ການ​ຄ້າ ມະຫາວິທະຍາ​ໄລຍີ່ປຸ່ນ ​ເຫັນ​ວ່າ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ຈະ​ສຸມ​ໃສ່​ຈຸດ​ຮ້ອນ​ແລະ​ບັນຫາ​ທີ່​ຫຍຸ້ງຍາກ​ໃນ​ພາກ​ພື້ນ ​ໂດຍ​ໄດ້​ເຕົ້າ​ໂຮມ​ເອົາ​ບຸກຄົນ​​ໃນ​ວົງ​ການ​ຕ່າງໆ, ບັນດາປະ​ເທດ ​ແລະ ​ເຂດ​ແຄວ້ນ ເພື່ອ​ປຶກສາ​ຫາລື​ບັນຫາ​ຕ່າງໆ ​ເຊິ່ງ​ເປັນ​ຮູບ​ແບບ​ແລະ​ແນວຄິດ​ທີ່​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ