ຖື​ຄວາມ​ເປັນ​ທຳ​ຄື​ຜົນ​ປະ​ໂຫຍ​ດ ​ເພື່ອ​ສ້າງ​ແມ່​ນ້ຳ​ແລະ​ທະ​ເລ​ແຫ່ງ​ສັນຕິພາບ​ແລະ​ການ​ຮ່ວມ​ມື
2016-03-22 14:51:45  cri 

​ເຖິງ​ວ່າລັດຖະບານ​ຈີນ​ປະສົບ​ຄວາມ​ຫຍຸ້ງຍາກຫຼາຍດ້ານ​ກໍ​ດີ, ​ແຕ່​ກໍ​ໄດ້​ຕັດສິນ​ໃຈ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ ດັ່ງ​ວັນ​ທີ 15 ມີນາ​ນີ້ ກໍ​ໄດ້​ປ່ອຍ​ນ້ຳ​ຈາກເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງ​ຮຸ່ງ​ແຂວງ​ຢຸນນານລົງ​​ຍ່ານໃຕ້​ແມ່​ນ້ຳຂອງ ​ໂດຍ​ສາມາດຊ່ວຍ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ ​ເຊັ່ນ ລາວ, ມຽນມາ, ​ໄທ ​ແລະ ກຳປູ​ເຈຍ​ຕ້ານ​ໄພ​ແລ້ງ ລວມທັງ​​ຄວາມ​ຂັດ​ແຍ່ງກັນ​ລະຫວ່າງ​ຫວຽດນາມ-​ຈີນ​ຢູ່​ທ​ະ​ເລ​ຈີນ​ໃຕ້ ​ເຊິ່ງການ​ກະທຳ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ເຖິງທັດສະນະ​ຂອງລັດຖະບານ​ຈີນທີ່ຖື​ຄວາມ​​ເປັນ​ທຳ​ຄື​ຜົນ​ປະ​ໂຫຍ​ດ"​.

​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ​ແລະ​ປະ​ເທດ​ອາ​ຊຽນນັ້ນຕ່າງ​ກໍ​ເຫັນ​ວ່າ: ທະ​ເລ​ຈີນ​ໃຕ້​ແມ່ນ​ທະ​ເລ​ແຫ່ງ​ສັນຕິພາບ, ທ​ະ​ເລ​ແຫ່ງ​ມິດຕະພາບ ​ແລະ ​ເປັນ​ທະ​ເລ​ແຫ່ງ​ການ​ຮ່ວມ​ມື; ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແມ່ນ​ແມ່​ນ້ຳ​ແຫ່ງ​ມິດຕະພາບ, ​ແມ່​ນ້ຳ​ແຫ່ງ​ການ​ຮ່ວມ​ມື ​ແລະ ​ແມ່​ນ້ຳ​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ. ຂະນະ​ທີ່ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງທຳ​ອິດ​ຈະ​ຈັດ​ຂຶ້ນຢູ່​ແຂວງ​ໄ​ຫຫຼຳປະ​ເທດ​ຈີນ​ໃນ​ວັນ​ທີ 23 ມີນາ​ນີ້, ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ ລວມທັງ​ຫວຽດນາມ ຕ່າງ​ກໍ​ກ່າວ​ວ່າ: ຈະ​​ຕັ້ງໜ້າຮ່ວມ​ກັບ​ຈີນ​ເພື່ອຊຸກຍູ້ການ​ພັດທະນາ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ ​ໂດຍ​ບັນດາປະ​ເທດ​ຈະຮ່ວມ​ຊົມ​ໃຊ້​ຜົນການ​ພັດທະນາ, ສ່ຽງ​ໄພຮ່ວມ​ກັນ ​ແລະ ຮ່ວມ​ທຸກ​ຮ່ວມ​ສຸກ ​ແລະ​ຈະຂຽນບົດ​ຄວາມ​ໃໝ່​ແຫ່ງ​ການ​​ເລີ່​ມຕົ້ນການຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.

ສາຍ​ນ້ຳ​ໄຫຼລົງທະ​ເລ​​ໂດຍ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ລົງ. ບໍ່​ວ່າ​ຈະ​ເປັນແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ທະ​ເລ​ຈີນ​ໃຕ້ ຫຼືວ່າ​ ​ປາຊີ​ຟິກຕາ​ເວັນ​ຕົກ, ຕ້ອງ​ໄດ້​ຕື່ມ​ແມ່​ນ້ຳ​ແຫ່ງ​ການ​ຮ່ວມ​ມື​​ແລະ​​ເຕັມ​ໄປ​ດ້ວຍ​ເຈດ​ຕະນາ​ທີ່​ດີ​ໄຫຼລົງ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາມາດ​ກາຍເປັນສາຍ​​ນ້ຳ​ແລະ​ທະ​ເລ​ແຫ່ງ​ສັນຕິພາບ​ແລະ​ມິດຕະພາບ ນີ້​ແມ່ນ​ທັດສະນະ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ ​ແລະ​ກໍ​ແມ່ນ​ພື້ນຖານ​ຄວາມຮັບ​ຮູ້​ທີ່​ປະ​ເທດ​ນອກ​ພາກ​ພື້ນ​ຕ້ອງ​ເຂົ້າ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ