ກອງ​ປະຊຸມ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ເລີ່​ມ​ຂຶ້ນ​ແລ້ວ
2016-03-22 16:21:41  cri 
  ກອງ​ປະຊຸມ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​​ເລີ່​ມຈັດ​ຂຶ້ນ​ແຕ່​ວັນ​ທີ 22 ມີນາ​ນີ້​ໂດຍ​ເວທີ​ປຶກສາ​ຫາລື​ຍ່ອຍ​ຄັ້ງ​ທຳ​ອິດ​ຈະ​ເປີດ​ເຜີຍບົດ​ລາຍ​ງານ "ການ​ເຊື່ອມ​ຈອດ​ກັນ​ຂອງເສດຖະກິດ​ອາຊີ", "​ກຸ່ມ​ເສດຖະກິດ​ທີ່​ຈະ​ເລີ​ນໃໝ່" ​ແລະ​ "ຄວາມ​ສາມາດ​ແຂ່ງຂັນ​ຂອງ​ອາຊີ" ​ເພື່ອ​ໃຫ້​ຄຳ​ຊີ້​ນຳ​ຕໍ່ເສດຖະກິດ​ອາຊີ. ຂະນະ​ທີ່​ວັນ​ດັ່ງກ່າວ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ໂຕະມົນ​ແລະ​ການ​ໂຕ້​ວາທີ​ທາງ​ໂທລະພາບ​ຫຼາຍ​ຄັ້ງ​ໂດຍຈະ​ເນັ້ນເສດຖະກິດ​ໂລກ, ການ​ທະນາຄານ​ທາງ​ອິນ​ເຕິ​ເນັດ, ການ​ເຊື່ອມ​ຈອດ​ກັນ​ລະຫວ່າງນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ທຽນ​ຊິນ​ແລະ​​ແຂວງ​ເຫິ​ເປິ​ຍສປຈີນ​ແລະ​ອື່ນໆ ​ເພື່ອ​ຫາລື​ພະລັງ​ຊີວິດໃໝ່​ແລະ​ວິ​ໄສ​ທັດ​ໃໝ່​ຂອງ​ເສດຖະກິດ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ