ກອ​ງປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳຂອງ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ຊ່ານ​ຢ້າ
2016-03-23 16:31:21  cri 

ວັນ​ທີ 23 ມີນາ​ນີ້, ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​ໄດ້​ຈັດ​​ຂຶ້ນ​ຢູ່​ຊ່ານ​ຢ້າ ​ແຂວງ​ໄຫ​ຫຼຳຈີນ​ໂດຍທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານ​ປຣະຍຸດ ​ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ, ທ່ານ​ຮຸນ​​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ, ທ່ານ​ໄຊ​​ມົງ​ຄຳ ຮອງປະທານາທິບໍດີ​ມຽນມາ​​ແລະທ່ານ​ປາມ​ບິງ​ມິ​ງ ຮອງ​ນາຍົກລັດຖະມົນຕີຫວຽດນາມ​​ເ​ຂົ້າຮ່ວມ​ກອງ​ປະຊຸມທີ່​ມີທ່ານ​ຫຼີ​ເຄີ້ສຽງ​ກັບ​ທ່ານ​ປຣະຍຸດ​​ເປັນ​ປະ​ທານນັ້ນ​ໄດ້​ເນັ້ນຫົວ​ຂໍ້​ຫຼັກ​ຄື: ດື່ມ​ນ້ຳຂອງ​ແມ່​ນ້ຳ​ດຽວ​ກັນ, ​ຮ່ວມໂຊກ​ຊາ​ຕາ​ດຽວ​ກັນ​ຢ່າ​ງສະ​ໜິດ​ແໜ້ນ.

ໃນ​ໂອກາດ​ດຳ​ເນີນ​ກອງ​ປະຊຸມ​ດັ່ງກ່າວ, ຜູ້ນຳ​ບັນດາ​ປະ​ເທດ​ຍັງ​ຈະ​ໄດ້​ທ່ຽວ​ຊົມ​ງານ​ວາງສະ​ແດງ​ການ​ຮ່ວມ​ມືລະຫວ່າງ​ປະ​ເທດ​ແມ່ນ້ຳ​ລ້ານ​ຊ້າງ- ​ແມ່​ນ້ຳຂອງ​ແລະ​ເຂົ້າ​ຮ່ວມ​ພິທີ​ເລີ່​ມດຳ​ເນີນການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ- ​ແມ່​ນ້ຳຂອງ. ທ່ານ​ຫຼີ​ເຄີ້ສຽງ​ແລະ​ທ່ານ​ປຣະຍຸດ​ຈະ​ຮ່ວມ​ພົບ​ປະ​ນັກ​ຂ່າວ​ໃນ​ຖານະເປັນ​ປະທານ​ຮ່ວມ​​ເພື່ອ​ແຈ້ງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​. ນອກ​ນີ້, ນາຍົກລັດຖະມົນຕີຈີນຍັງຈະພົບ​ປະ​ກັບຜູ້ນຳ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ