ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນພົບປະກັບລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ
2016-03-23 16:37:56  cri 

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 22 ມີນາ​ນີ້, ຢູ່​ຊ່ານ​ຢ້າ​ແຂວງ​ໄຫ​ຫຼຳ​ຈີນ, ທ່ານ​ວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບທ່ານ​ດອນ ປຣະມຸດ​ວິ​ໄນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ. ​ໂດຍສອງ​ຝ່າຍ​ໄ​ດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວກັບ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານຊ້າງ​-​ແມ່ນ້ຳຂອງ​ຄັ້ງ​ທຳ​ອິດ.

ທ່ານ​ວາງ​ອີ້​ກ່າວ​ວ່າ, ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ໄທ​ແລະ​ປະ​ເທດລຸ່ມ​​ແມ່​ນ້ຳຂອງ​ອື່ນໆ​ຊຸກຍູ້​ກອງ​ປະຊຸມ​ຄັ້ງ​ນີ້​​ໃຫ້ສຳ​ເລັດ​ຜົນ​ຢ່າງ​ສົມ​ບູນ, ​ສ້າງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​​ແມ່​ນ້ຳຂອງ​ກາຍ​​ເປັນ​​ແບບຢ່າງ​ຂອງ​ການ​ຮ່ວມ​ມື​​ໃຕ້ໆ​ໃນ​ໄ​ລຍະ​ໃໝ່​ແລະ​​​ເປັນເວທີ​​ແຫ່ງ​ການ​​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ຮ່ວມ​ມື​ກັນ​ຂອງ​ປະ​ເທດ​ຍ່ານ​ເໜືອກັບ​ຍ່ານ​ໃຕ້​ຂອງ​ແມ່​ນ້ຳຂອງ​, ​ແບບຢ່າງ​ທີ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສະໜັບສະໜູນ​ກັນ.

ທ່ານ​ດອນ ປຣະມຸດ​ວິ​ໄນ​ໄດ້​ກ່າວ​ຂອບ​ໃຈ​ຕໍ່ຄວາມ​ພະຍາຍາມຢ່າງໃຫຍ່​ຫຼວງ​ແລະ​ຕັ້ງໜ້າ​ຂອງ ​ຈີນ​ເພື່ອ​ລິ​ເລີ່ມການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳຂອງ, ​ຂະນະ​ນີ້​ປະ​ເທດ​ໄທກໍ​ຍິນ​ດີຮ່ວມ​ກັບ​​ຈີນ​ແລະປະ​ເທດອື່ນໆ, ຊຸກຍູ້​ກອງ​ປະຊຸມຄັ້ງທຳ​ອິດ​ໃຫ້​ປະສົບ​ຜົນ​ສຳ​ເລັດ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ