ນຳ​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ລິ​ເລີ່​ມສ້າງ "ອົງການ​ຮ່ວມ​ມື​ສື່​ມວນ​ຊົນ​ອາຊີ"
2016-03-23 16:17:20  cri 
ວັນ​ທີ 22 ມີນາ​ນີ້, ກອງ​ປະຊຸມ​ໂຕະມົນ​ຂອງ​ຜູ້ນຳ​ວົງ​ການ​ສື່​ມວນ​ຊົນຂອງ​ກອງປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປີ 2016 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳຂອງ​ຈີນ. ​ໂດຍປະຊຸມ​ດັ່ງກ່າວ, ຜູ້ນຳ​ວົງ​ການ​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ 18 ທ່ານ​ຈາກ 12 ປະ​ເທດ​ປຶກສາ​ຫາລື​​ໃນ​ຫົວ​ຂໍ້: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງ​ເປັນ​ໂອກາດ​ຮ່ວມ​ມື​ໃໝ່​ຂອງ​ສື່​ມວນ​ຊົນ​ອາຊີ, ​ແລະ​ບັນລຸ​ຂໍ້​ຕົກລົງ​ກັນ​ກ່ຽວ​ກັບ​ການ​ລິ​ເລີ່​ມສ້າງ "ອົງການ​ຮ່ວມ​ມື​ສື່​ມວນ​ຊົນ​ອາຊີ", ສ້າງ​ເວທີ​ໃໝ່​ຂອງ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ອາຊີ​ແລະ​ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ແລະ​ອິດ​ທິພົນ​ຂອງ​ສື່​ມວນ​ຊົນ​ອາຊີ. ອັນ​ເປັນ​ຂີດ​ໝາຍ​ຂອງ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ອາຊີ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​​ໃໝ່.

ທ່ານ​ວາງ​​ເກີ່ງ​ນຽນ, ປະທານ​ກອງ​ປະຊຸມ​ໂຕະມົນ, ຜູ້ອຳ​ນວຍ​ການ​​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງປະຊຸມ​ດັ່ງກ່າວ.

ຕາມ​ຂ່າວ​ແຈ້ງວ່າ, ​ໂດຍ​ປະກອບການຈັດ​ຕັ້ງ​, ກົນ​ໄກການ​ປະຕິບັດ​ງານຂອງ "ອົງການ​ຮ່ວມ​ມື​ສື່​ມວນ​ຊົນ​ອາຊີ" ຈະ​ຕົກລົງ​ກ່ອນ​ຈັດ​ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ວົງ​ການ​ສື່​ມວນ​ຊົນ​ຊຸດ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ