ບັນນາທິການ​ໃຫຍ່​ໜັງສືພິມ​ປະຊາຊົນ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນຮ່ວມ​ມື​ລະຫວ່າງ​ສື່​ຕ່າງໆ
2016-03-23 16:24:28  cri 

ຕາມ​ຂ່າວ CRI: ວັນ​ທີ 22 ມີນາ​ນີ້, "ກອງ​ປະຊຸມ​ໂຕະມົນຜູ້ນຳ​ສື່​ມວນ​ຊົນ" ຂອງ​ກອງ​ປະຊຸມ​ປີ 2016 ​ໃນເວທີ​ປຶກສາ​ຫາລືອາຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ໂປ​ອາວ, ​​ໂດຍສື່​ມວນ​ຊົນຈາກ 11 ປະ​ເທດ​​ຄືຈີນ, ລາວ, ຕວກກີ, ກຳປູ​ເຈຍ, ​ມົງ​ໂກ​ເລຍ, ​ເນ​ປານ, ອິນ​ໂດ​ເນ​ເຊຍ, ສ.​ເກົາຫຼີ​ແລະ​ອື່ນໆ​ໄດ້​ຫາລື​ແລະ​ແລກປ່ຽນ​​ໃນຫົວ​ຂໍ້ "​ໂອກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ອາຊີ".ຂະນະ​ທີ່​ທ່ານ​ ດວງ​ຈິດສະຫວັດ​ບຸນ​ມີ ບັນນາທິການ​ໃຫຍ່ໜັງສືພິມ​ປະຊາຊົນ​​​ໄດ້​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນຮ່ວມ​ມື​ລະຫວ່າງ​ສື່​ຕ່າງໆ​​ວ່າ:

ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ເຮັດ​ວຽກ​ຢູ່​ໜັ​ງ​ສື​ພິມເຫັນ​ວ່າ, ໃນ​ຍຸກ new media ​, ໜັງ​ສື​ພິມ​ທີ່​ເຮັດ​ດ້ວຍ​ເຈ້ຍ​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ. ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້ ຄວາມ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຄວນ​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ. ນອກ​ນັ້ນ, ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ທຸກ​ຍາກຄວນມີ​​ການຝຶກ​ອົບ​ຮົມ​ນັກ​ຂ່າວ​. ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ໃນ​ກອງ​ປະ​ຊຸມ​ນີ້​ທີ່ຢາກ​ໃຫ້​ສ້າງ​ຕັ້ງ​ອົງ​ການ​ກ່ຽວ​ກັບ​ສື່ມວນ​ຊົນ, ອັນ​ນີ້​ເປັນ​ແນ​ວ​ຄິດ​ທີ່​ດີ, ເພື່ອ​ເຮັດ​ໃຫ້​ສື່ມວນ​ຊົນ​ເກົ່າ ຄື​ໜັງ​ສື​ພິມ​ທີ່​ເຮັດ​ດ້ວຍ​ເຈ້ຍ​ສາ​ມາ​ດ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວໄດ້. ​ພວກ​ເຮົາ​ກໍ່​ໄດ້​ປັບ​ປຸງ​ຕົນ​ເອງ​ທາງ​ດ້ານ​ເນື້ອ​ໃນ ເຮັດ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ,ພວກ​ເຮົາ​ກໍ່​ຮ່​ວມ​ມື​ກັບ​ບັນ​ດາ​ໜັງ​ສື​ພິມ​ສະ​ມາ​ຊິກ​ອາ​ຊຽນ ລວມ​ທັງ​ຂອງ​ສ.ປ.ຈີນ ກໍ​ຄືCRI ເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ນຳ​ກັນ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ