ນາຍົກ​ຈີນ​ຕ້ອນຮັບ​ຜູ້ນຳ​ 5 ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ ແມ່ນ້ຳລ້ານ​ຊ້າ​ງ-​ແມ່​ນ້ຳຂອງຄັ້ງ​ປະຖົມມະ​ເລີກ
2016-03-23 11:03:50  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕອນ​ບ່າຍ​ວັນ​ທີ 22 ມີນາ​ນີ້ຢູ່​ເມືອງ​ຊານ​ຢ້າ​ແຂວງ​ໄຫ​ຫຼຳ, ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳ ນັບຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ, ທ່ານ ປຣະຍຸດ ຈັນ​ໂອຊາ ນາ​ຍົກ​ລັດຖະມົນຕີ​ໄທ, ທ່ານ ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ ໄຊ​ມົກຄຳ ຮອງ​ປະທານາທິບໍດີ​ມຽນມາ​ແລະ​ທ່ານ ​ຟາ​ມບິງ​ມິ​ງ ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ​ ໃນ​ໂອ​ກາດ​​ເຂົ້າ​ຮ່ວມ​ກອງ​ປະຊຸມຜູ້ນຳ​ແມ່ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງຄັ້ງ​ປະຖົມມະ​ເລີກ. ​ໂອກາດ​ດັ່ງກ່າວ, ທ່ານ ຫຼີ​ເຄິ້ສຽງ ກ່າວ​ວ່າ, ​ກວ່າ​ໜຶ່ງ​ປີຜ່ານ​ມາ, ກົນ​ໄກ​ຮ່ວມ​ມື​ແມ່ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້ປດກົດ​ຜົນ​ເປັນ​ຈິງ​ຈາກ​ຂໍ້​ລິ​ເລີ່​ມ​ເທື່ອ​ກ້າວໆ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະການ​ຮ່ວມ​ມື, ຮັດ​ແໜ້ນການ​ພົວພັນ​ແລະ​ຊຸກຍູ້​ການ​ພັດທະນາ​​ ເຊິ່ງສອດຄ່ອງ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ກໍ​ຄືຄວາມ​ປາຖະໜາ​ຂອງ​ປະຊາຊົນ ທັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມມື​ຢ່າງມະຫາສານ. ​ແນວ​ໃດ​ກໍ​ດີ​ຈີນກໍ​ພ້ອມ​ຮ່ວມ​ກັບ​ຜູ້ນຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຕ່າງໆ​​ເພື່ອຫາລື​ການ​ຮ່ວມມື​ຮ່ວມ​ກັນ, ກຳນົດ​ແຜນ​ແມ່​ບົດ​ການ​ພັດທະນາຮ່ວມ​ກັນ​ແລະ​ສ້າງບາດກ້າວ​ທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຮ່ວມ​ກັນ​ພາຍ​ໃຕ້​ຫົວ​ຂໍ້ "ກິນ​ນ້ຳ​ຈາກ​ແມ່​ນ້ຳ​ສາຍ​ດຽວ​ກັນ, ຮ່ວມ​ຊາ​ຕາ​ກຳດຽວກັນ​ຢ່າງ​ແໜ້ນ​ແຟ້ນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ