ນາຍົກ​ຈີນ​ພົບ​ປະ​ຮອງ​ປະທານາທິບໍດີ​ມຽນມາ
2016-03-24 16:53:53  cri 
ຕອນ​ບ່າຍ​ວັນ​ທີ 23 ມີນາ​ນີ້ ຢູ່​ເມືອງ​ຊ່ານ​ຢ້າ​ແຂວງ​​ໄຫຫຼຳຂອງຈີນ, ທ່າ​ນ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ ​ໄຊມົກຄຳ ຮອງ​ປະທານາທິບໍດີ​ມຽນມາ​ທີ່​ໄດ້​ຕາງໜ້າ​ທ່ານ ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ມາ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຄັ້ງ​ທຳ​ອິດ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ແລະກ​ອງປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2016.

ທ່ານ​ ຫຼີ​ເຄີ້ສຽງ ກ່າວ​ວ່າ: ຈີນ​ແລະ​ມຽນ​ມາ​ແມ່ນ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່ດີ. ຈີນ​ເຄົາລົບ​ຄວາມ​ເປັນ​ເຈົ້າ​ຂອງປະຊາຊົນ​ມຽນມາ​ໃນ​ການ​ເລືອກ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ. ບໍ່​ວ່າ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ມຽນມາ​ມີ​ການ​ປ່ຽນ​ແປງ​ແນວ​ໃດກໍຕາມ, ຈີນ​ຈະ​ດຳ​ເນີນ​ການຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບມຽນມາ​ຢ່າງ​ສະໝີ​ຕົ້ນ​ສະ​ເໝີ​ປາຍ, ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​ແລະ​ຕໍ່​ເນື່ອງ.

ທ່ານ ​ໄຊ​ມົກຄຳ ກ່າວ​ວ່າ: ມຽນມາ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນກັບຈີນ, ຂອບ​ໃຈ​ທີ່ຈີນ​​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ມຽນມາ​ໃນ​​ໄລຍະ​ຜ່ານ​ມາ​ນີ້. ​ເຖິງ​ວ່າ​ມຽນມາ​ຈະ​ດຳ​ເນີນ​ການ​ປ່ຽນ​ໂອນ​ອຳນາດ​ກໍຕາມ, ​ແຕ່​ກໍຈະ​ສືບ​ຕໍ່​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ທີ່​ມີ​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ມຽນມາ-ຈີນ ​ແລະ​ຫວັງ​ຢາກ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໂຄງການ​ທີ່​ສຳຄັນ​ຕ່າງໆ​ເຊັ່ນ: ​ໂຄງການ​ເຂດ​ນິຄົມ​​ອຸດສາຫະກຳ​ແບບ​ຂ້າມ​ແດນ, ທາງ​ຫຼວງ​ແລະ​ຊົນລະປະທານ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ