ດຶ່ມນ້ຳສາຍດຽວກັນຜູກພັນຊາຕາກຳຢ່າງແໜ້ນແຟ້ນ
2016-03-24 10:34:18  cri 
   ຕອນເຊົ້າມື້ດຽວກັນຢູ່ທີ່ສູນປະຊຸມສາກົນທີ່ນະຄອນຊານຢ້າແຂວງໄຫຫຼຳຈີນ,ທ່ານຫຼີເຄີ້ສຽງ,ນາຍົກລັດຖະມົນຕີຈີນໄດ້ເປັນປະທານໄຂ
ກອງປະຊຸມຜູ້ນຳຄັ້ງທີ1ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ໄດ້ຮ່ວມກັບທ່ານທອງສິງທຳມະວົງ,ນາຍົກລັດຖະມົນຕີລາວ,ທ່ານ
ປຣະຍຸດ ຈັນໂອຊາ,ນາຍົກລັດຖະມົນຕີໄທ,ທ່ານຮຸນແຊນ,ນາຍົກລັດຖະມົນຕີກຳປູເຈຍ,ທ່ານໄຊມົງຄຳ,ຮອງປະທານາທິບໍດີມຽນມາແລະ
ທ່ານປາມບິງມິງ,ຮອງນາຍົກລັດຖະມົນຕີຫວຽດນາມປຶກສາຫາລືກ່ຽວກັບການຮ່ວມມືແລະການພັດທະນາຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳ
ຂອງໂດຍປິ່ນອ້ອມຫົວຂໍ້ທີ່ວ່າ:ດຶ່ມນ້ຳສາຍດຽວກັນຜູກພັນຊາຕາກຳຢ່າງແໜ້ນແຟ້ນ. ທ່ານຫຼີເຄີ້ສຽງຊີ້ອອກວ່າ, 5 ປະເທດຢູ່ຕາມແມ່ນ້ຳ
ຂອງແມ່ນສະມາຊິກທີ່ສຳຄັນຂອງອາຊຽນ,ຈີນຍຶດໝັ້ນສະໜັບສະໜູນການສ້າງເປັນປະຊາຄົມອາຊຽນແລະໃຫ້ອາຊຽນເປັນອັນໜຶ່ງອັນ
ດຽວກັນ.  
      
    ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນເປັນການເພີ່ມຕື່ມທີ່ດີໃຫ້ແກ່ຂອບການຮ່ວມມືຈີນ-ອາຊຽນ,ຈະມີຜົນດີຕໍ່ການສ້າງການ
ຮ່ວມມືລະຫວ່າງຈີນ-ອາຊຽນຢ່າງຮອບດ້ານໃຫ້ຍົກລະດັບສູງຂຶ້ນຕື່ມ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍ່ຖືເປັນພຶດຕິກຳອັນໃໝ່
ແຫ່ງການຮ່ວມມືໃຕ້ໆ.

    ຫຼັງຈາກກອງຊຸມແລ້ວ, ຜູ້ນຳຂອງ6 ປະເທດດັ່ງກ່າວໄດ້ໄຂກອງປະຊຸມຂ່າວ. ທ່ານນາຍົກຫຼີເຄີ້ສຽງກ່າວວ່າ, ກອງປະຊຸມຄັ້ງນີ້ໄດ້ກຳ
ນົດໃຫ້ມີ 3 ເສົາຄໍ້າໃຫຍ່ຄືການເມືອງກັບຄວາມໝັ້ນຄົງ,ເສດຖະກິດກັບການພັດທະນາແບບຍືນຍົງ,ສັງຄົມຊັບພະຍາກອນມະນຸດກັບວັດ
ທະນະທຳ,ແລະໄດ້ຕົກລົງທິດພັດທະນາບູລະມະສິດໃນ 5 ດ້ານຄື:ການສ້າງການເຊື່ອມຈອດກັນ,ຄວາມສາມາດການຜະລິດ,ເສດຖະ
ກິດຂ້າມຊາຍແດນ,ຊັບພະຍາກອນນ້ຳ,ກະສິກຳແລະການລຶບລ້າງຄວາມທຸກຍາກ.ເຊິ່ງ6ປະເທດດັ່ງກ່າວໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່
ເປັນເອກະສັນກັນວ່າ,ຈະໄຂກອງປະຊຸມຜູ້ນຳຂຶ້ນ 2 ປີເທື່ອໜຶ່ງ, ສຳລັບກອງປະຊຸມ ຄັ້ງທີ 2 ຈະໄຂຂຶ້ນຢູ່ປະເທດກຳປູເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ