ນາຍົກ​ຈີນ​ພົບ​ປະ​ກັບ​ນາຍົກ​ລາວ
2016-03-24 10:47:27  cri 

ວັນ​ທີ 23 ມີນາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຄັ້ງທຳ​ອິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳລ້າງ​ຊ້າງ-​ແມ່​ນ້ຳຂອງ​ແລະ​ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ-​ໂປ​ອາວ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ ​ໂຄງການ​ສຳຄັນ​ຕ່າງໆ​ເຊັ່ນ: ທາງ​ລົດ​ໄຟ​ລາວ​ຈີນ​ແລະ​ໂຄງການ​ໄຟຟ້າ​ນ້ຳຕົກ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່. ທັງຫວັງ​ວ່າ​ລາວຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ສ້າງສາ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳລ້ານຊ້າງ-​ແມ່​ນ້ຳຂອງ​ເພື່ອ​ຮ່ວມ​ກັບ​ຈີນ​ຊຸກຍູ້​ໃຫ້ການ​ຮ່ວມ​ມື​ໃຫ້​ກັນ​​ໃຫ້ໄດ້​ຮັບ​ໝາກຜົນ​ຕາມ​ເປົ້າ​ໝາຍ.

ທ່ານ​ທອງ​ສິງ​ກ່າວ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ເປັນ​ຂີດ​ໝາຍວ່າ​ແມ່​ນ້ຳລ້າງ​ຊ້າງ-​ແມ່​ນ້ຳຂອງ​ແມ່ນ​ແມ່​ນ້ຳສາຍ​ໜຶ່ງ​ທີ່​ສ້າງ​ຄວາມສຸກ​ແລະ​ການ​ຮ່ວມ​ມື​ໃຫ້​ແກ່ 6 ປະ​ເທດ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ປະຕິບັດ​ຂໍ້​ຕົກລົງຂອງ​ກອງ​ປະຊຸມ​ຜູ້ນຳ​ຄັ້ງ​ທຳ​ອິດ​ໃຫ້​ດີ. ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າງ​ລາວ​ກັບ​ຈີນ​ດຳ​ເນີນ​ເປັນ​ຢ່າງ​ດີ, ການ​ໄປມາຫາສູ່​ກັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ລາວ​ຍິນ​ດີ​ສືບ​ຕໍ່​ລົງ​ເລິ​ກການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນ​ຈັດ​ກິດຈະກຳ​ລະນຶກ​ການ​ສ້າງ​ຕັ້ງສາຍ​ພົວພັນ​ການ​ທູດຄົບຮອບ 55 ປີ​ລະຫວ່າງ​ລາວ-ຈີນ​ໃຫ້​ສຳ​ເລັດ​ໂດຍ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ