ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ: ຕ້ອງ​ເບິ່ງ​ພະລັງ​ຊີວິດ​ແລະ​ພະລັງ​ແຮງ​ຂອງ​ເສດຖະກີດ​ອາຊີ​ຢ່າງຮອບດ້ານ
2016-03-24 10:59:01  cri 
  ໜັງສືພິມປະຊາຊົນ​ລາຍ​ວັນຂອງ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 24 ມີນາ​ນີ້, ທ່ານ ອັບ​ດຸລາ ອາມາດ ບາ​ດາ​ວີ ອະດີ​ດນາຍົກລັດຖະມົນຕີມາ​ເລ​ເຊຍ​ທີ່​ເຂົ້າຮ່ວມກອງ​ປະຊຸມ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຢູ່​ຈີນ​ໄດ້​ຂຽນ​ບົດຄວາມ​ລົງໜັງສືພິມປະ ຊາຊົນ​ລາຍ​ວັນວ່າ, ຕ້ອງ​​ເບິ່ງພະລັງ​ຊີວິດ​ແລະ​ພະລັງ​ແຮງ​ຂອງ​ເສດຖະກີດ​ອາຊີ​ຢ່າງຮອບດ້ານ.

  ບົດ​ຄວາມ​ມີ​ບາງ​ຕອນ​ລະບຸ​ວ່າ, ປະຊາຊົນ​ທົ່ວ​ໂລກ​ຄອງ​ຄອຍອາຊີ​ທີ່​ເປີດ​ກວ້າງ​ແລະ​ກວມ​ລວມ ​ເຊິ່ງ​ເປົ້າ​ໝາຍ​ຂອງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຄືຕ້ອງ​​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ທີ່​ແທ້​ຈິ​ງທີ່​ກວມ​ເອົາອາຊີ​ກໍ​ຄື​ພາກ​ພື້ນ​ຕ່າງໆ​ໃນ​ໂລກ. ​ບັນຫາ​ພື້ນຖານ​ໂຄງ​ລ່າງ​ຖື​ວ່າ​​ເປັນ​ອຸປະສັກ​ໃນ​ການ​ພັດທະນາ​ການ​ເຊື່ອມ​ຈອດ​ກັນດ້ານ​ເສດຖະກິດ-ການ​ຄ້າ​ພາ​ກພື້ນ​ໃນ​ໄລຍະ​ຍາວ​ນານ. ຂະນະ​ທີ່​ຈີນ​ໄດ້​ສະ​ເໜີ​ສ້າງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ແລະຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງກວ້າງຂວາງ​ໃນ​ພາກ​ພື້ນ​ອາຊີ.

  ບົດ​ຄວາມ​ຂຽນ​ໃນ​ບັ້ນສຸດ​ທ້າຍ​ວ່າ, ຈີນ​ແລະ​ມາ​ເລ​ເຊຍ​ມີ​ທັດສະນະ​​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບວຽກ​ງານຕ່າງໆ​ ເຊິ່ງ​​ເຫັນ​ດີທີ່​ອາ​ຊຽນ​ໄດ້ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ພັດທະນາ​ເສດຖະກິດ​ກໍ​ຄື​ຄວາມ​ໝົ້ນ​ຄົງ​ຂອງ​ພາກ​ພື້ນ​ແລະສອງ​ປະ​ເທດ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ "ສັນຍາ​ການ​ພົວພັນຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ" ຫຼື RCEP.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ