ປິດກອງປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂອ​ອາວ​
2016-03-26 12:52:52  cri 

ຕອນ​ບ່າຍ​ວັນ​ທີ 25 ມີນາ​ນີ້ ກອງ​ປະຊຸມ​ປະຈຳ​ປີ 2016 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳຂອງ​ຈີນ​ໄດ້​ປິດ​ລົງ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຜູ້​ແທນ​ວົງ​ການ​ການ​ເມືອງ ວົງ​ການ​ອຸດສາຫະກຳ​ແລະ​ນັກວິຊາການ​ຄາງ​ປັນຍາ 2100 ກວ່າ​ທ່ານ​ມາ​ຈາກ 62 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ໄດ້​ເຕົ້າ​​ໂຮມ​ກັນ​ຢູ່​ເມືອງ​ໂປ​ອາວ ​ເພື່ອ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລະ​ສະຕິ​ປັນຍາ​ໃຫ້​ແກ່​ການ​ພັດທະນາ​ຂອງ​ອາຊີ ກໍ່​ຄື​ຂອງ​ໂລກ​.

​ທ່ານ​ໂຈ່​ວ​ເວີນ​ຈົ້ງ ​ເລຂາທິການ​ໃຫຍຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ກ່າວ​ວ່າ, ​ໃນ​ໄລຍະ​​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ນີ້ ນັກ​ເສດຖະສາດ​ແລະ​ນັກ​ວິ​ສາ​ຫະກິດ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ໜຶ່ງ ນັ້ນ​ກໍ່​ຄື: ພະລັງ​ແຮງ​ອັນ​ໃໝ່​ໃນ​ການ​ຊຸກຍູ້​ເສດຖະກິ​ອາຊີ​ນັ້ນ​ຈະ​ມາ​ຈາກ​ການ​ປະຕິ​ຮູບ​ໂຄງ​ປະກອບ.

ຂ່າວ​ແຈ້ງ​ອີກ​ວ່າ, ​​ໃນ​ວັນ​ທີ 24-26 ພຶດສະພາ​ປີ​ນີ້ ​ເວທີ​ປຶກສາ​ຫາລື​ອາ​ຊີ​ໂປ​ອາວ​ຈະ​ຮ່ວມ​ກັບ​ເວທີ​ປຶກສາ​ຫາລື​ເສ​ດຖະກິດ​ອັສຕານາ​ຂອງ​ກາ​ຊັກ​ສະຖານ​ເປັນ​ເຈົ້າພາບ​ຈັດ "ກອງ​ປະຊຸມ​ກ່ຽວ​ກັບ​ພະລັງງານ ຊັບພະຍາກອນ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຂອງ​ເວທີ​ປຶກສາ​ຫາລື​ບັນດາ​ປະ​ເທດ​ຢູ່​ລຽບ​ຕາມ​ເສັ້ນທາງ​ສາຍ​ໄໝ ​ແລະ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ" , ​ເຊິ່ງກອງປະຊຸມ​ນີ້​ຈະ​ສຸມ​ໃສ່​ຍການ​ຫາລື​ກ່ຽວ​ກັບ​ການ​ເຮັດ​ໃຫ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊື່ອມ​ຈອດ​ກັບ​ສະຫະພັນ​ເສດຖະກິດ​ເອີ​ລົບ​ອາຊີ. ຮອດ​ເວລາ​ນັ້ນ ​ເຈົ້າ​ໜ້າ​ທີ່​ລັດຖະບານ ນັກ​ວິ​ສາ​ຫະກິດ ​ແລະ​ວິຊາ​ການ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ທີ່ຢູ່​ລຽງ​ຕາມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ" ​ແລະ ບັນດາ​ປະ​ເທດ​ສະມາຊິກ​ສະຫະພັນ​ເສດຖະກິດ​ເອີ​ລົບ​ອາຊີ​ຈະ​ເຂົ້າ​ຮ່ວມ​ການ​ຫາລື​ໃນ​ກອງ​ປະຊຸມ​ດ່ັງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ