ສຳ​ເລັດ​ການ​ລາດຕະ​ເວນຮ່ວມ​ຢູ່​ຕາມ​ແມ່​ນ້ຳຂອງ​ຄັ້ງ​ທີ 44 ລະຫວ່າງ​ຈີນ ລາວ ມຽນ​ມາ​ ​ແລະ​ໄທ
2016-03-26 12:54:08  cri 

ຕອນ​ບ່າຍ​ວັນ​ທີ 25 ມີນານີ້ ກຳ​ປັ່ນ​ປະຕິບັດ​ກົດໝາຍ 3 ລຳ ​ແລະ​ພະນັກງານ​ປະຕິບັດ​ກົດໝາຍ 103 ຄົນ​ຂອງ​ຈີນ​ໄດ້​ເດີນທາງ​ກັບ​ເມືອຮອດ​ທ່າ​ກຳ​ປັ່ນ ກວນ​ໄຫຼ ຂອງ​​ແຂວງ​ຢຸນນານ​ຢ່າງ​ສະດວກ ​ອັນ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ລາດຕະ​ເວນປະຕິບັດ​ກົດໝາຍ​ຢູ່​ລຽບ​ຕາມ​ແມ່​ນ້ຳຂອງ​ຄັ້ງ​ທີ 44 ລະຫວ່າງ​ຈີນ ລາວ ມຽນມາ​ແລະ​ໄທ ທີ່​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ 3 ຄືນ​ນັ້ນ​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບງາມ. ​

​ໃນ​ການ​ລາດຕະ​ເວນປະຕິບັດ​ກົດໝາຍ​ຄັ້ງ​ນີ້ ກອງ​ກຳ​ປັ່ນ​ລາດຕະ​ເວນ​ຮ່ວມ​ຂອງ 4 ປະ​ເທດ​ດັ່ງກ່າວ​ລວມ​ໄດ້​ເດີນ​ເຮືອ​ເປັນ​ເວລາ 38 ຊົ່ວ​ໂມງ ​ໄລຍະ​ທາງ​ນ້ຳ 542 ກິ​ໂລ​ແມັດ, ​ໄດ້​ກວດກາ​ກຳ​ປັ່ນ 28 ລຳ, ສິນຄ້າ 2,410 ກວ່າ​ໂຕນ, ຈຸດ​ໜັກ​ແມ່ນ​ໄດ້​ກວດກາ​ຕໍ່​ການ​ກະທຳຜິດ​ກົດໝາຍ​ຕ່າງໆ​ເຊັ່ນ: ຄວາມ​ຮຸນ​ແຮງ, ຂາຍ​ປືນ​ເຖື່ອນ, ຄ້າຂາຍ​ຢາ​ເສບ​ຕິດ, ຂາຍ​ສິນຄ້າ​ເຖື່ອນ​ແລະ​ລັກ​ຂ້າມ​ຊາຍ​ແດນ​ເປັນ​ຕົ້ນ.

ນອກ​ນັ້ນ ຍັງ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ຂໍ້​ມູນ​ຂ່າວສານ, ​ແລະ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ກິລາ, ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ, ອັນ​ໄດ້​ເສີມ​ນະ​ຫຍາ​ຍບົດບາດ​ຂອງ​ກົນ​ໄກ​ທີ່ 4 ປະ​ເທດ​ຮ່ວມ​ກັນ​ປະຕິບັດ​ກົດໝາຍ​ເພື່ອ​ຮ່ວມ​ມື​ກັນປ້ອງ​ກັນ​ຄວາມ​ໝັ້ນຄົງ ​ໃນ​ການ​ໂຈມ​ຕີ​ການ​ກະທຳ​ຜິດ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ​ແລະ​ບໍລິການ​ດ້ານ​ຊີວິດ​ການ​ເປັນ​ຢູ່​ແກ່​ປະຊາຊົນ​ຢູ່​ລຽບ​ຕາມ​ຝັ່ງ​ນ້ຳ, ​ແລ້ວ​​ເພີ່ມ​ທະວີ​ສະຕິ​ກ່ຽວ​ກັບພາກສ່ວນ​ປະຕິບັດ​ກົດໝາຍ​ຂອງ 4 ປະ​ເທດ​ດ່ັງກ່າວ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ລະຫວ່າງ​ປະ​ເທດ​ຢູ່​ລຽງຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ