ປີຜ່ານມາ, ລວມຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ແລະ​ປະ​ເທດຕ່າງໆ​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບັນ​ລຸ​ເກືອບ 1 ພັນ​ຕື້​ໂດ​ລາ​ສະຫະລັດ
2016-04-08 10:15:47  cri 
  ຂ່າວສານ​ຊິນ​ຮວາລາຍ​ງານ​ໂດຍ​ອ້າງຕາມ​ທ່ານ ​ເສີນ​ຕ່າ​ນຢາງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ທີ່​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 7 ​ເມສາ​ນີ້​ວ່າ, ປີຜ່ານມາ, ລວມຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ແລະ​ປະ​ເທດຕ່າງໆ​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບັນ​ລຸ​ເຖິງ 995 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ ກວມ​ເອົາ 25,1% ຂອງ​ລວມຍອດ​ມູນ​ຄ່າ​ການ​ຄ້າຂອງ​ປະ​ເທດ​.

  ກະຊວງ​ການ​ຄ້າ​ຈີນ​ຊີ້​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກຸມພາ​ປີ​ນີ້, ລວມຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ​ແລະ​ປະ​ເທດຕ່າງໆ​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ບັນລຸ​ເຖິງ 134 ຕື້ 100 ລ້ານ​ໂດ​ລລາ​ສະຫະລັດ ກວມ​ເອົາ 26,26% ຂອງ​ລວມຍອດມູນ​ຄ່າ​ການຄ້າຂອງ​ປະ​ເທດ​; ຂະນະ​ທີ່​ວິ​ສາ​ຫະກິດ​ຈີນ​ໄດ້​ລົງທຶນໂດຍ​ກົງຢູ່​ປະ​ເທດຕ່າງໆ​ເຖິງ 2 ຕື້ 230 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 41,1% ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີຜ່ານມາ, ສ່ວນ​ປະ​ເທດ​ເຫຼົ່າ​ນີ້ກໍ​ໄດ້​ລົງທຶນ​ຢູ່ຈີນ​ເຖິງ 1 ຕື້ 70 ລ້ານ ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 5,2% ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ