ຈີນ​ແລະ​ກຳປູ​ເຈຍ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ກ່ຽວກັບ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-04-23 14:36:55  cri 
ວັນ​ທີ 22 ​ເມສາ​ນີ້, ທ່ານ​ວັງ​ອີ້ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ປຼັກ ​ໂຊ​ຄຸນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມມື​ສາກົນຂອງ​ກຳປູ​ເຈຍ ​ໄດ້​ຮ່ວມ​ກັນ​ພົບ​ປະ​ນັກ​ຂ່າວ​ໂດຍ​ກ່າວ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ກຳປູ​ເຈຍ, ຈີນ​ແລະ​ກຳປູ​ເຈຍ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະຖານະ​ການ​ຂອງ​ທະ​ເລ​ຈີນ​ໃ​ຕ້​ໃນ​ປັດຈຸບັນ. ກຳປູ​ເຈຍ​ສະໜັບສະໜູນ​ຫຼັກ​ໝັ້ນ​ແລະຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ຈີນ​ກໍ​ສະໜັບສະໜູນ​ຫຼັກ​ໝັ້ນຂອງກຳປູ​ເຈຍ​ເຊັ່ນ​ກັນ.

ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ວ່າ: ​ເຄົາລົບສິດທິ​ຂອງປະ​ເທດ​ອະທິປະ​ໄຕ​ແລະ​ປະ​ເທດ​ທີ່​ໄດ້​ເຊັນ "ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ມະຫາ​ສະໝຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ" ສາມາດ​ເປັນ​ເຈົ້າການ​ຄັດ​ເລືອກ​ວິທີການ​ແກ້​ໄຂ​ຄວາມຂັດ​ແຍ້​ງ​ກັນ; ອົງການ​ຕຸລາ​ການຫຼື​ອົງການຕັດສິນ​ສາກົນ​ຄວນ​ເຄົາລົບຢ່າງ​ເຕັມທີ່​ຕໍ່​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປັດ​ເຂ່ຍ​ຂອງ​ບັນດາ​ປະ​ເທດ​ໂດຍ​ຕາມ​ມາດຕາ​ທີ 298 ຂອງ "ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ມະຫາ​ສະໝຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ", ປະຕິບັດ​ຕາມ​ຂໍ້​ກຳນົດ "ຖະ​ແຫຼ​ງການ​ແຫ່​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາກັນ​ຢ່າງ​ໄມຕີ​ຈິດ​ມິ​ຕະພາບ, ​ແກ້​ໄຂ​ຄວາມຂັດ​ແຍ້​ງກັນ​ກ່ຽວ​ກັບ​ຜືນ​ແຜ່​ນດິນ​ແລະ​ທະ​ເລ​ໂດຍ​ສັນຕິ; ​ເພີ່ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ການ​ຮ່ວມ​ມື​ກັນ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ